ການປະຊຸມຂ່າວກ່ຽວກັບ ສຳມະນາສາກົນຫວຽດນາມ ວິທະຍາຄັ້ງທີ່ 4

ການປະຊຸມຂ່າວກ່ຽວກັບ ສຳມະນາສາກົນຫວຽດນາມ ວິທະຍາຄັ້ງທີ່ 4 - ảnh 1
ການປະຊຸມຂ່າວກ່ຽວກັບ ສຳມະນາສາກົນຫວຽດນາມວິທະຍາຄັ້ງທີ່ 4


Vovworld- ດ້ວຍ​ຫົວ​ຂໍ້​ວ່າ “ ຫວຽດນາມ​ບົນ​ເສັ້ນທາງ​ເຊື່ອ​ມໂຍງ ແລະ ພັດທະນາແບບຍືນຍົງ ” ກອງປະຊຸມສຳມະນາສາກົນຫວຽດນາມວິທະຍາຄັ້ງທີ່ 4 ຈະຖືກໄຂຂຶ້ນແຕ່ວັນທີ 26 ຫາ ວັນທີ 28/11 ຢູ່ຮ່າໂນ້ຍ. ກອງປະຊຸມສຳມະນາສາກົນຫວຽດນາມວິທະຍາຄັ້ງທີ່ 4 ໂດຍສະຖາບັນວິທະ ຍາສາດສັງຄົມ ຫວຽດນາມ ແລະ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍຮ່ວມກັນ ຈັດຂຶ້ນ. ທີ່​ການ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນໃນຕອນເຊົ້າວັນທີ 22/10, ທ່ານດຣ Nguyen Xuan Thang ປະທານສະຖາບັນວິທະ ຍາສາດ ສັງຄົມຫວຽດນາມ ຫົວໜ້າ​ຄະນະ​ຈັດ​ຕັ້ງການ​ສຳ​ມະ​ນາ​ໃຫ້​ຮູ້​ວ່າ ປະຈຸ​ບັນ​ໄດ້​ມີ​ຜູ້​ແທນ​ກວ່າ 1500 ຄົນ​ຈົດ​ຊື່​ເຂົ້າ​ຮ່ວມ​ແລ້ວ, ​ໃນ​ນັ້ນ​ມີ​ຜູ້​ແທນ​​ເກືອບ 280 ຄົນ​ທີ່​ມາ​ຈາກ 35 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ. ກອງປະຊຸມສຳມະນາສາກົນຫວຽດນາມວິທະຍາຄັ້ງທີ່ 4 ຈະ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ຂົງ​ເຂດ​ໃນ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ຄື​: ​ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສັງຄົມ, ສິ່ງ​ແວດ​ລ້ອມ, ການ​ພົວພັນ​ສາກົນ ​ແລະ ອື່ນໆ.

 

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ