ການ​ປະ​ທະ​ກັນ​ຢູ່​ ພາກ​ພື້ນຕາ​ເວັນ​ອອກ​ກາງ ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ລະ​ດັບ​ເປັນ​ໜ້າ​ວິ​ຕົກ​ກັງ​ວົນ

(VOVWORLD) - ບັນດາເຫດບຸກໂຈມຕີທາງອາກາດ ໄດ້ດຳເນີນພາຍຫຼັງກຸ່ມປະກອບອາວຸດ ລີບັງ ຍິງລູກສອນໄຟ ແລະ ຜັນຂະຫຍາຍເຮືອບິນບໍ່ມີຄົນຂັບບຸກໂຈມຕີສະຖານທີ່ຈຳນວນໜຶ່ງຢູ່ເຂດທາງທິດເໜືອ ອິດສະລາແອັນ.

ການປະທະກັນຢູ່ພາກພື້ນຕາເວັນອອກກາງ ສືບຕໍ່ເພີ່ມຂຶ້ນໃນລະດັບເປັນໜ້າວິຕົກກັງວົນ ເມື່ອກອງທັບ ອິດສະລາແອັນ ແລະ ຂະບວນການ ອິດສະລາມປະກອບອາວຸດ Hezbollah ຢູ່ລີບັງ ສືບຕໍ່ເພີ່ມຂຶ້ນບັນດາການຍິງປຶນບຸກໂຈມຕີໃສ່ກັນ ຢູ່ເຂດຊາຍແດນ. ພ້ອມກັນນັ້ນ, ກຳລັງ Houthi ຢູ່ເຢແມນ ກໍ່ປະກາດຈະດຳເນີນບັນດາເຫດບຸກໂຈມຕີເລັ່ງໃສ່ອິດສະລາແອັນ.

ຕາມແຈ້ງການທີ່ອອກໃນຕອນຄ່ຳວັນທີ 21 ກໍລະກົດ ຂອງກອງທັບອິດສະລາແອັນແລ້ວ, ເຮືອບິນສູ້ຮົບຂອງ ອິດສະລາແອັນ ໄດ້ຍິງບັນດາເປົ້າໝາຍ Hezbollah ຢູ່ທາງທິດເໜືອຂອງລີບັງ, ໃນນັ້ນມີບັນດາລະບົບຖານຍິງລູກສອນໄຟ, ສະຖານທີ່ສັງເກດການ, ສາງບັນຈຸ ພ້ອມກັບບັນດາສະຖານທີ່ການທະຫານຢູ່ເຂດ Ayta ash-Shab, Khiam ແລະ Yarine. ບັນດາເຫດບຸກໂຈມຕີທາງອາກາດ ໄດ້ດຳເນີນພາຍຫຼັງກຸ່ມປະກອບອາວຸດ ລີບັງ ຍິງລູກສອນໄຟ ແລະ ຜັນຂະຫຍາຍເຮືອບິນບໍ່ມີຄົນຂັບບຸກໂຈມຕີສະຖານທີ່ຈຳນວນໜຶ່ງຢູ່ເຂດທາງທິດເໜືອ ອິດສະລາແອັນ, ສ່ວນຝ່າຍ Hezbollah ອອກແຈ້ງການວ່າ ໄດ້ຍິງລູກສອນໄຟ katyusha ເຂົ້າເຂດທາງທິດເໜືອຂອງ ອິດສະລາແອັນ, ໃນນັ້ນມີເຂດ Dafna. ບັ້ນບຸກໂຈມຕີນີ້ແມ່ນເພື່ອແນໃສ່ໂຕ້ຕອບການບຸກໂຈມຕີເລັ່ງໃສ່ສາງອາວຸດ Adloun ໃນຕອນຄ່ຳວັນທີ 20 ກໍລະກົດ, ຢູ່ເທດສະບານ ຂອງກອງທັບອາກາດອິດສະລາແອັນ ເຮັດໃຫ້ມີສະມາຊິກ Hezbollah 6 ຄົນຖືກຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ