ການພົບປະແລກປ່ຽນບັນດາ ພະນັກງານລາວ ທີ່ເຄີຍຮໍ່າຮຽນ ຢູ່ຫວຽດນາມ

ການພົບປະແລກປ່ຽນບັນດາ ພະນັກງານລາວ ທີ່ເຄີຍຮໍ່າຮຽນ ຢູ່ຫວຽດນາມ - ảnh 1
ການ​ພົບ​ປະ​ແລກປ່ຽນ​ກັບ​ບັນດາ​ພະນັກງານ​ລາວ
ທີ່​ເຄີຍ​ຮໍ່າຮຽນ​ຢູ່​ຫວຽດນາມ
(ພາບ: xaluan.com)


(vovworld) -     ຕອນ​ຄໍ່າ​ວັນ​ທີ 12/10, ສະຖານທູ​ດຫວຽດນາມ ປະຈຳ​ລາວ ​ໄດ້​ຈັດການ​ພົບ​ປະ​ແລກປ່ຽນ​ກັບ​ບັນດາ​ພະນັກງານ​ລາວ ທີ່​ເຄີຍ​ຮໍ່າຮຽນ​ຢູ່​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ Ta Minh Chau ​ໄດ້​ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ຮັກສາ, ​ເພີ່ມ​ພູນຄຸນ​ສ້າງ ​ແລະ ນຳ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ ​ແລະ ​ເຂົ້າ​ສູ່​ລວງ​ເລິກ. ຫວຽດນາມ ​ເຄົາລົບ ​ແລະ ຕີ​ລາຄາ​ສູງ​ການ​ປະກອບ​ສ່ວນ​ອັນ​ແທດ​ຈິງ, ສຳຄັນ, ມີ​ຄຸນຄ່າ​ຂອງ​ບັນດາ​ເພື່ອ​ນ​ລາວ ທີ່​ເຄີຍ​ຮໍ່າຮຽນ​ຢູ່​ຫວຽດນາມ ​ໃນ​ຊຸມ​​ເດືອນປີທີ່​ຫຍຸ້ງຍາກ​ລຳບາກ. ທ່ານ​ເອກ​ອັກຄະ​ລັດຖະທູດ​ໄດ້​ສະ​ແດງ​ຄວາມ​ເຊື້ອ​ໝັ້ນວ່າ ບັນດາ​ນ້ຳ​ໃຈ​ອັນ​ເລິກ​ເຊິ່ງ, ຖື​ກັນ​ເປ​ັນອ້າຍ​ນ້ອງ​ໃນ​ຄອບຄົວ​ດຽວ​ເຊິ່ງປະຊາຊົນ ​ແລະ ບັນດາ​ຄູ​ອາຈານ​ຫວຽດນາມ ສະຫງວນ​ໃຫ້​ນັກຮຽນ​ລາວ ແມ່ນບັນດາ​ອານຸສອນ​ທີ່​ບໍ່​ຈືດຈາງ​ໃນ​ຄວາມ​ຊົງ​ຈຳ​ຂອງ​ເຂົາ​ເຈົ້າ.

        ຕາງໜ້າ​ໃຫ້​ພະນັກງານ​ລາວ ທີ່​ເຄີຍ​ຮໍ່າຮຽນ ຢູ່​ຫວຽ​ດນາມ, ທ່ານ​ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ​ລາວ ຈະ​ເລີ​ນ ​ເຢຍປາວ​ເຮີ, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ ​ແລະ ການ​ຄ້າ​ລາວ ນາມ​ວິ​ຍາ​ເກດ, ຫົວ​ໜ້າ​ສະ​ຖາ​ບັນ​ການ​ເມືອງ ການ​ປົກຄອງ​ລາວ… ​ໄດ້ພັດ​ປ່ຽນ​ກັນ​ຂຶ້ນ​ກ່າວ​ຄຳ​ຄິດ​​ເຫັນຂອງ​ຕົນ, ຫວນ​ຄືນ​ຊຸມ​ເດືອນ​ປີ​ທີ່​ດຳລົງ​ຊີວິດ ​ແລະ ຮໍ່າຮຽນ​ຢູ່​ຫວຽດນາມ. ​ເຖິງ​ວ່າ​​ໃນເງື່ອນ​ໄຂ​ທີ່ທຸກ​ຍາກຂາດ​ເຂີນ, ລຳບາກ​​ເພາະ​ສົງຄາມກໍ​ຕາມ, ​ແຕ່​ປະຊາຊົນ​ຫວຽດນາມ ​ໄດ້​ສະ​ຫງວນທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກຮຽນ​ລາວ. ນ້ຳ​ໃຈ​ນັ້ນ​ຍັງ​ເລິກ​ໃນ​ດວງ​ໃຈ​ຂອງ​ນັກຮຽນ​ລາວ ​ແຕ່ລະຄົນ, ​ແມ່ນ​ກຳລັງ​ແຮງ​ເພື່ອ​​ໃຫ້ເຂົາ​ເຈົ້າ​ຕັດສິນ​ໃຈ ​ແລະ ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພີ່ມ​ພູນ​ຄຸນ​ສ້າງ​ໃຫ້​ສາຍ​ພົວພັນ​ມິດ​ຕະພາບ​ແບບ​ພິ​ເສດ​ລາວ - ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ