ການພົວພັນຄູ່ຮ່ວມມືຍຸດທະສາດອິນເດຍ-ຫວຽດນາມນັບມືນັບພັດທະນາຢ່າງເລິກເຊີ່ງ
ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ແລະ ທ່ານລັດຖະມົນຕີ
ວ່າການກະຊວງປ້ອງກັນປະເທດຫວຽດນາມ ຟູ່ງກວາງແທງ
(ພາບ: FTI)
(vovworld) – ວັນທີ 25/5 ຢູ່ນະຄອນຫຼວງນີວເດລີ, ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຟູ່ງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງການທະຫານຫວຽດນາມ, ພວມຢ້ຽມຢາມອິນເດຍ ລະຫວ່າງວັນທີ 25 – 26/5. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ Narendra Modi ຢັ້ງຢືນວ່າ: ໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງຕົນ, ອິນເດຍ ຖື ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດໄດ້ຮັບບຸລິມະສິດອັນດັບໜຶ່ງ. ອິນເດຍ ຈະສືບຕໍ່ຊຸກຍູ້ການພົວພັນໃນ 5 ຂົງເຂດເສົ້າຄ້ຳ, ໃນນັ້ນມີຂົງເຂດປ້ອງກັນຊາດ, ໃຫ້ສົມກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດ, ນຳການຮ່ວມມືໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນເດຍ ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກວ່າອີກ.
ຕອນບ່າຍວັນດຽວກັນ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ສ.ອິນເດຍ, ທ່ານລັດຖະມົນຕີ ຟູ່ງກວາງແທງ ໄດ້ພົບປະເຈລະຈາກັບທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດອິນເດຍ Manohar Parrikar. ທ່ານລັດຖະມົນຕີ ຟູ່ງກວາງແທງ ຢັ້ງຢືນວ່າ: ຫວຽດນາມ ຖືການຮັກສາ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ກໍ່ຄືການຮ່ວມມືຍຸດທະສາດກັບອິນເດຍ ເປັນສຳຄັນ, ສະໜັບສະໜູນອິນເດຍ ອອກສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ໃນອາຍຸການຕໍ່ໄປ.
ພາຍຫຼັງການພົບປະເຈລະຈາ, ລັດຖະມົນຕີທັງ 2 ທ່ານໄດ້ລົງນາມໃນ “ຖະແຫຼງການວິໄສທັດລວມ ກ່ຽວກັບການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ອິນເດຍ ໄລຍະ 2015 - 2020” ແລະ ເປັນສັກຂີພິຍາມພິທີລົງນາມໃນ “ບົດບັນທຶກຊ່ວຍຈຳລະຫວ່າງຕຳຫຼວດທະເລຫວຽດນາມ ແລະ ກຳລັງປົກປັກຮັກສາຝັ່ງທະເລປະເທດ ສ.ອິນເດຍ ກ່ຽວກັບການສ້າງຕັ້ງການພົວພັນ ສົມທົບກັນປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ ແລະ ພັດທະນາການຮ່ວມມືລວມ”.