(vovworld) – ຕອນບ່າຍວັນທີ 12/8, ຢູ່ ຮ່າໂນ້ຍ, ທ່ານພົນໂທ ໂດ໋ບາຕິ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ມີການພົບປະກັບພົນເອກ Eiji Kimizuka, ຫົວໜ້າເສນາທິການກຳລັງປ້ອງກັນໜ້າດີນ ຍີ່ປຸ່ນ ພວມນຳໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານພົນໂທ ໂດ໋ບາຕິ ຊົມເຊີຍທ່ານ ພົນເອກ Eiji Kimizuka ແລະ ຄະນະ ໄດ້ມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ແລະ ຊີ້ແຈ້ງວ່າ ຊຸມປີຜ່ານມາ, ການຮ່ວມມືໃນຂົງເຂດປ້ອງກັນຊາດໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບລະຫວ່າງ 2 ປະເທດ.
ກ່ອນໜ້ານັ້ນ, ຄະນະຜູ້ແທນກົມໃຫຍ່ເສນາທິການ ກອງທັບປະຊາຊົນ ຫວຽດນາມ ໂດຍທ່ານ ພົນຕີ ຫງວຽນກວກແຄ໋ງ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ເປັນຫົວໜ້າຄະນະໄດ້ເຈລະຈາກັບຄະນະຜູ້ແທນຂອງເສນາທິການກຳລັງປ້ອງກັນໜ້າດີນ ຍີ່ປຸ່ນ ໂດຍພົນເອກ Eiji Kimizuka ເປັນຫົວໜ້າຄະນະ. ທີ່ການເຈລະຈາ, 2 ຝ່າຍແລກປ່ຽນຄຳເຫັນກ່ຽວກັບສະພາບການສາກົນ, ພາກພື້ນ, ແນະນຳໂຄງປະກອບຈັດຕັ້ງທະຫານບົກ, ນະໂຍບາຍປ້ອງກັນຊາດ ແລະ ບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງກຳລັງທະຫານບົກ 2 ປະເທດໃນໄລຍະຈະມາເຖິງ.