ການເຄື່ອນໄຫວຂອງຄະນະຜູ້ແທນພັກກອມມູນິດຫວຽດນາມຢູ່ລາວ

ການເຄື່ອນໄຫວຂອງຄະນະຜູ້ແທນພັກກອມມູນິດຫວຽດນາມຢູ່ລາວ - ảnh 1
(ກອງ​ປະ​ຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 4 ລະ​ຫວ່າງ​
ພັກ​ກອມ​ມູ​ນິດ​ຫວຽດ​ນ​າມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ)


(vovworld)- ວັນ​ທີ28/10, ຢູ່ ນະ​ຄອນ​ຫລວງວຽງ​ຈັນ, ລາວ ສືບ​ຕໍ່​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 4 ລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຫວຽດ​ນ​າມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ. ນີ້​ແມ່ນກອງ​ປະ​ຊຸມ​ສຳ​ມະ​ນາ​ມີ​ຄວາມ​ໝາຍ​ສຳ​ຄັນ ຊື່ງ​ດຳ​ເນີນ​ໃນ​ສະ​ພາບ​ສອງ​ພັກ​ຫາ​ກໍ​ຈັດ​ຕັ້ງ​ກອງ​ປ​ະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ສຳ​ເລັດ​ຜົນ ແລະ ພວມ​ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ແຕ່​ລະ​ປະ​ເທດ, ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກ​ປ່ຽນ​ບາ​ງ​ບັນ​ຫາ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໃນ​ວິ​ວັດ​ການ​ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່​ຢູ່​ຫວຽດ​ນາມ ແລະ ລາວ. ທີ່ກອງ​ປະ​ຊຸ​ມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ເປັນ​ເອ​ກະ​ພາບ​ຖື​ວ່າ ຜ່ານ 30 ປີ​ປະ​ຕິ​ບັດ​ການ​ປ່ຽນ​ແປງ​ໃຫມ່, ສອງ​ພັກ, ສອງ​ລັດ ຍາດ​ໄດ້​ໄຊ​ຊະ​ນະ​ອັນ​ໃຫຍ່​ຫລວງ​ຫລາ​ຍ​ຢ່າງ, ມີ​ຄວາມ​ໝາຍ​ປະ​ຫ​ວັດ​ສາດ​ໃນ​ສະ​ພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ບັນ​ດາ​ຜູ້​ແທນ​ຂອງ​ສອງ​ພັກ​ໄດ້​ສະ​ເຫນີ​ບົດ​ປະ​ກອບ​ຄຳ​ເຫັນ ແລະ ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຫລັກ​ແຫລ່ງ​ແກ່ນ​ສານ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ ແມ່ນ​ພື້ນ​ຖານ​ສຳ​ຄັນ​ຊ່ວຍ​ໃຫ້​ບັນ​ດາ​ອົງ​ການ​ຄົ້ນ​ຄ້​ວາ​ທິດ​ສະ​ດີ​ຂອງ​ຫວຽດ​ນາມ ແລະ ລາວ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ ແລະ ບົດ​ຮຽນ ປະ​ກອບ​ສ່ວນ​ເສ​ນາ​ທິ​ການ​ໃຫ້​ແກ່​ສອງ​ພັກ ໃນ​ການ​ວາງ​ແນວ​ທາງ​ນະ​ໂຍ​ບາຍກໍ​ຄື​ກາ​ນ​ຊີ້​ນຳ​ໃນ​ພຶດ​ຕິ​ກຳກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

​ຫມີ​ບີງ,ນັກ​ຂ່າວ VOV ປະ​ຈສ​ປ​ປ​ລາ​ວ
ຂ່າວ/ບົດ​ອື່ນ