
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບ ທ່ານ ນາຍົກລັດຖະມົນຕີຈີນ
ຫລີເຄີຊຽງ
ພາບ:internet
|
(vovworld)- ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມຂອງທ່ານນາຍົກລັດຖະມົນຕີ ສປ ຈີນ ຫລີເຄີຊຽງ, ຫວຽດນາມ ແລະ ຈີນ ອອກຖະແຫລງການຮ່ວມ ຢືນຢັນ ຈະເຮັດໃຫ້ການຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ -ຈີນ ໃນໄລຍະໃຫມ່ໃຫ້ເລິກເຊິ່ງກວ່າ. ສອງຝ່າຍຢືນຢັນຈະປະຕິດຕາມຄວາມຮັບຮູ້ລວມຊື່ງການນຳຂັ້ນສູງສອງປະເທດບັນລຸໄດ້, ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ. ສອງຝ່າຍ ຕີລາຄາສູງບົດບາດສຳຄັນຂອງການພົບປະຂັ້ນສູງລະຫວ່າງສອງປະເທດ. ສອງຝ່າຍເຫັນດີສືບຕໍ່ນຳໃຊ້ກົນໄກຂອງຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ, ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃນບັນດາຂົງເຂດ, ປະຕິບັດໂຄງການດຳເນີນງານຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເປັນຢ່າງດີ. ສອງຝ່າຍເຫັນດີ ປະຕິບັດ“ແຜນການພັດທະນາການຮ່ວມມືເສດຖະກິດການຄ້າ ຫວຽດນາມ - ຈີນໄລຍະ 2012-1016, ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງດ່ວນ ມອງກາຍ- ຮ້າລອງ ໂດຍໄວ ແລະ ຍູ້ແຮງວຽກງານເລີ່ມປະຕິບັດການຄົ້ນຄ້ວາຄວາມເປັນໄປໂຄງການກໍ່ສ້າງສາຍທາງລົດໄຟ ລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ. ສອງຝ່າຍເຫັນດີປະຕິບັດ “ບົດບັນທຶກຊ່ວຍຈຳກ່ຽວກັບການກໍ່ສ້າງບັນດາເຂດຮ່ວມມືເສດຖະກິດຜ່ານຊາຍແດນ”, ຕັ້ງຫນ້າຄົ້ນຄ້ວາການເຈລະຈາເຊັນສັນຍາການຄ້າຊາຍແດນຫວຽດນາມ- ຈີນ ສະບັບປັບປຸງ. ສອງຝ່າຍເຫັນດີປະຕິບັດບົດບັນທຶກຊ່ວຍຈຳການຮ່ວມມືສອງຝ່າຍໃນຂົງເຂດການຄ້າ ຜະລິດຕະພັນກະເສດ ແລະ ສັນຍາເປີດອົງການສົ່ງເສີມການຄ້າຂອງທັງສອງປະເທດ. ກ່ຽວກັບການຮ່ວມມືບົນທະເລ: ສອງຝ່າຍເຫັນດີ ປະຕິບັດຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານຊີ້ນຳການແກ້ໄຂບັນຫາບົນທະເລຫວຽດນາມ - ຈີນ, ນຳໃຊ້ກົນໄກເຈລະຈາຂັ້ນລັດຖະບານກ່ຽວກັບຊາຍແດນຫວຽດນາມ - ຈີນ ເປັນຢ່າງດີ.ສອງຝ່າຍເຫັນດີເພີ່ມທະວີການປະສານງານ ແລະ ສົມທົບທີ່ບັນດາເວທີປາໄສຫລາຍຝ່າຍຄື: ສປຊ, ອົງການການຄ້າໂລກ, ເວທີປາໄສຮ່ວມມືເສດຖະກິດ ອາຊີ ປາຊີຟີກ, ເວທີປາໄສຮ່ວມມື ອາຊີ- ເອີລົບ, ເວທີປາໄສພາກພື້ນ ອາຊຽນ, ກອງປະຊຸມສຸດຍອດ ອາຊຽນ - ຈີນ, ກອງປະຊຸມສຸດຍອດ ອາຊຽນ +3 ກັບຈີນ - ຍີ່ປຸ່ນ - ສເກົາຫລີ, ກອງປະຊຸມສຸດຍອດ ອາຊີຕາເວັນອອກ. ສອງຝ່າຍເຫັນດີປະຕິບັດ ຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການຮ່ວມມື ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນ.
ນາຍົກລັດຖະມົນຕີຫລີເຄີຊຽງພົບປະແລກປ່ຽນກັບນັກສຶກສາຢູ່ຮ່າໂນ້ຍ
ຕອນເຊົ້າວັນທີ 15/10, ສືບຕໍ່ການຢ້ຽມຢາມຫວຽດນາມຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີຫລີເຄີຊຽງ ໄດ້ພົບປະແລກປ່ຽນກັບນັກສຶກສາມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ. ນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫລີເຄີຊຽງ ແບ່ງປັນກັບນັກຮຽນກ່ຽວກັບສາຍພົວພັນຮ່ວມມື, ມິດຕະພາບລະຫວ່າງສອງປະເທດ ຫວຽດນາມ ແລະ ຈີນ ໃນໄລຍະຜ່ານມາ ແລະ ຢືນຢັນວ່າ: ຊາວຫນຸ່ມ, ນັກສຶກສາ ແມ່ນຜູ້ສືບທອດ, ພັດທະນານ້ຳໃຈມິດຕະພາບ ແລະ ສາຍພົວພັນບ້ານໃກ້ເຮືອນຄຽງໃນອະນາຄົດ.
ຕອນທ່ຽງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ແລະ ນາຍົກລັດຖະມົນຕີ ຫລີເຄີຊຽງ ພ້ອມກັນເຂົ້າຮ່ວມການພົບປະແລກປ່ຽນກັບວິສາຫະກິດຫວຽດນາມ - ຈີນ.
ຕອນບ່າຍ ວັນທີ 15/10, ທ່ານນາຍົກລັດຖະມົນຕີຈີນ ຫລີເຄີຊຽງ ເດີນທາງອອກຈາກຮ່າໂນ້ຍ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ