ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ ທີ່​ມີ​ຫົວ​ເລື່ອງ “ລະ​ດູ​ບານ​ໃໝ່​ນ້ອຍ”

(VOVWORLD) -ມີການເຄື່ອນໄຫວກ່ຽວກັບຫົວເລື່ອງທະເລ ໝູ່ເກາະຂອງບ້ານເກີດເມືອງນອນ ຊື່ງໄດ້ວາງສະແດງບັນດາຮູບພາບ, ວັດຖຸພັນ, ຟິມເອກະສານກ່ຽວກັບທະເລ ໝູ່ເກາະ.
ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ ທີ່​ມີ​ຫົວ​ເລື່ອງ “ລະ​ດູ​ບານ​ໃໝ່​ນ້ອຍ” - ảnh 1ພາບ: qdnd.vn

    ນັບແຕ່ວັນທີ 1 ມີນາ, ຄະນະຄຸ້ມຄອງໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ ໄດ້ຈັດບັນດາການເຄື່ອນໄຫວດ້ວຍຫົວເລື່ອງ “ລະດູບານໃໝ່ນ້ອຍ” ໃນຕະຫຼອດເດືອນມີນາຢູ່ໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ, ເທດສະບານຕາແສງເຊີນໄຕ, ຮ່າໂນ້ຍ.

ການເຄື່ອນໄຫວດັ່ງກ່າວມີການເຂົ້າຮ່ວມຂອງປະຊາຊົນປະມານ 100 ຄົນຂອງ 14 ຊົນເຜົ່າຄື: ໄຕ, ນຸ່ງ, ຢ້າວ, ໄທ, ຂະມຸ….ນອກຈາກນັ້ນກໍ່ມີການເຄື່ອນໄຫວກ່ຽວກັບຫົວເລື່ອງທະເລ ໝູ່ເກາະຂອງບ້ານເກີດເມືອງນອນ ຊື່ງໄດ້ວາງສະແດງບັນດາຮູບພາບ, ວັດຖຸພັນ, ຟິມເອກະສານກ່ຽວກັບທະເລ ໝູ່ເກາະ. ຈຸດພົ້ນເດັ່ນແມ່ນລາຍການສະແດງສິລະປະ “ບົດເພງແຫ່ງຄວາມຮັກຈາກທະເລ”. ນີ້ແມ່ນລາຍການສະແດງສິລະປະສັງລວມ ຊື່ງແມ່ນການປະສົມລະຫວ່າງຈິດໃຈມຸ່ງໄປສູ່ທະເລ ໝູ່ເກາະ ແລະ ຄວາມຮັກຕໍ່ປະເທດຊາດ.

ເຂົ້າຮ່ວມລາຍການ, ແຂກທ່ອງທ່ຽວຍັງໄດ້ພົບປະແລກປ່ຽນດ້ານສິລະປະ, ສະແດງບັນດາປະເພດສິລະປະພື້ນເມືອງທີ່ດີເດັ່ນທີ່ເຕັ່ມໄປດ້ວຍສີສັນຂອງລະດູບານໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ