ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢູ່ ລ​າວ

(VOVWORLD) -  ວັນທີ 10 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະສອງຝ່າຍຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢູ່ ລ​າວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນກອງປະຊຸມສຸດຍອດ (ພາບ: VOV)

ໃນການພົບປະກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພົວພັນຄູ່ຮ່ວມມືຮອບດ້ານກັບ ການາດາ ເປັນສຳຄັນ; ສະເໜີສອງຝ່າຍພ້ອມກັນຂຸດຄົ້ນບັນດາກົນໄກຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ຢ່າງມີປະສິດທິຜົນ; ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ, ໃນນັ້ນ ມີການໜູນຊ່ວຍຂອງ ການາດາ ໃຫ້ແກ່ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ; ເພີ່ມທະວີການບຳລຸງສ້າງແຮງງານ, ໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ໜ້ອຍ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ; ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ; ປົກປ້ອງສິດຂອງແມ່ຍິງ ແລະ ເດັກ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄ້ຳປະກັນສະບຽງອາຫານ.

        ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ມີຄວາມຕົກລົງເຫັນດີສູງຕໍ້ກັບການສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ພ້ອມທັງສະເໜີສອງຝ່າຍເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ພ້ອມກັນຂຸດຄົ້ນສັນຍາຄູ່ຮ່ວມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໃຫ້ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີສອງທ່ານ ກໍຕົກລົງເຫັນດີສືບຕໍ່ຮ່ວມມືໃນບັນດາຂົງເຂດສຳຄັນອື່ນໃຫ້ມີປະສິດທິຜົນ.

        ໃນການພົບປະກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ການນຳສອງທ່ານໄດ້ເຫັນດີຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນ… ທ່ານນາຍົກລັດຖມະນົຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍລົງນາມໃນຂໍ້ຕົກລົງຮ່ວມມືຫຼາຍສະບັບໃນຂົງເຂດຕ່າງໆ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງຕັ້ງກົນໄກໃຫ້ຄໍາປຶກສາ ແລະ ຄຸ້ມຄອງກ່ຽວກັບທະເລ, ການປະພຶດມະນຸດສະທຳກັບກ່ຳປັ່ນຫາປາ ແລະ ຊາວປະມົງທີ່ຖືກກັກຂັງ ໃຫ້ສອດຄ່ອງກັບກົດໝາຍສາກົນ ແລະ ສາຍພົວພັນອັນດີງາມລະຫວ່າງສອງປະເທດ.

        ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ຕົກລົງເຫັນດີຕໍ່ຂໍ້ສະເໜີແນະຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບການນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່ໂດຍໄວ ແລະ ຢັ້ງຢືນວ່າ ພ້ອມແລ້ວທີ່ຈະສົມທົບກັບ ຫວຽດນາມ ຍູ້ແຮງການຮ່ວມມືຢ່າງຮອບດ້ານ ແລະ ໜູນຊ່ວຍ ຫວຽດນາມ ຍົກເລີກບັດເຫຼືອງຂອງຄະນະກຳມະການເອີຣົບ ກ່ຽວກັບການຈັບຫາປາຜິດກົດໝາຍ, ບໍ່ລາຍການ ແລະ ບໍ່ໄດ້ຮັບການຄຸ້ມຄອງ (IUU).

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຍັງພົບປະກັບທ່ານປະທານສະພາເອີຣົບ Charles Michel  ແລະ ສະເໜີໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ - ອີຢູ ແລະ ຍົກເລີກບັດເຫຼືອງ IUU ສຳລັບການສົ່ງອອກສິທະເລ, ສິນໃນນ້ຳຂອງ ຫວຽດນາມ.  

       ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ