ກ່ຳ​ປັ່ນ​ກອງ​ທັບ​ເຮືອ ຫວຽດ​ນາມ ແລະ ຝ​ລັ່ງ ຊ້ອມ​ຮົບ​ຮ່ວມ​ໃນ​ທະ​ເລ

(VOVWORLD) -ສອງຝ່າຍໄດ້ຈັດກອງປະຊຸມປະສານສົມທົບເພື່ອເຫັນດີເປັນເອກະພາບເນື້ອໃນຕ່າງໆຈະນຳໄປປະຕິບັດໃນໄລຍະ ຊ້ອມຮົບຮ່ວມຢູ່ທະເລ.
ກ່ຳ​ປັ່ນ​ກອງ​ທັບ​ເຮືອ ຫວຽດ​ນາມ ແລະ ຝ​ລັ່ງ ຊ້ອມ​ຮົບ​ຮ່ວມ​ໃນ​ທະ​ເລ - ảnh 1(ພາບ: VOV)

ວັນທີ 5 ມີນາ, ຢູ່ເຂດທະເລແຂວງ ແຄ໊ງຮວ່າ, ກ່ຳປັ່ນໝາຍເລກ 015 - ເຈິ່ນຮຶງດ້າວ, ສັງກັດກອງພັນນ້ອຍ 162, ເຂດ 4 ທະຫານເຮືອໄດ້ເຂົ້າຮ່ວມການຊ້ອມຮົບຮ່ວມໃນທະເລພ້ອມກັບ ກ່ຳປັ່ນປ້ອງກັນ F734 Vendémiaire ຂອງກອງທັບເຮືອ ຝລັ່ງ.

ກ່ອນໜ້ານັ້ນ, ສອງຝ່າຍໄດ້ຈັດກອງປະຊຸມປະສານສົມທົບເພື່ອເຫັນດີເປັນເອກະພາບເນື້ອໃນຕ່າງໆຈະນຳໄປປະຕິບັດໃນໄລຍະ ຊ້ອມຮົບຮ່ວມຢູ່ທະເລ.

ນີ້ແມ່ນການເຄື່ອນໄຫວແນໃສ່ເພີ່ມທະວີ, ຊຸກຍູ້ ແລະ ເຮັດໃຫ້ສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ - ຝລັ່ງ ເວົ້າລວມ, ເວົ້າສະເພາະ ແມ່ນລະຫວ່າງ ກອງທັບ ແລະ ກອງທັບເຮືອສອງປະເທດ ໃຫ້ດີຍິ່ງກວ່າອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ