ງານວາງສະແດງ“ຜົນງານໃນການປະດິດສ້າງວິທະຍາສາດຕັກໂນໂລຢີຫວຽດນາມ”

ງານວາງສະແດງ“ຜົນງານໃນການປະດິດສ້າງວິທະຍາສາດຕັກໂນໂລຢີຫວຽດນາມ” - ảnh 1
ຫໍພິພິດທະພັນ ໂຮ່ຈິມິນ ບ່ອນຈັດຕັ້ງງານວາງສະແດງ
(ພາບ: wikipedia.org)

(vovworld) – ງານ​ວາງສະ​ແດງ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ຫໍພິພິດທະ​ພັນ ​ໂຮ່ຈີ​ມິນ ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ, ​ແຕ່​ວັນ​ທີ 31/3 ຫາ​ວັນ​ທີ 24/4. ງານ​ວາງສະ​ແດງ​ປະກອບ​ດ້ວຍ 124 ກິດຈະການ, ມາດ​ຕະການ​ດີ​ເດັ່ນ​ທີ່​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ຈາກນັບ​ພັນ​ກິດ​ຈະ​ການ, ມາດ​ຕະການ​ທີ່​ຂຶ້ນ​ກັບ​ບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ​ເອ​ເລັກ​ໂຕນິກ, ​ໂທລະ​ຄົມ, ກໍ່ສ້າງ, ຄົມມະນາຄົມ​ຂົນ​ສົ່ງ, ວັດ​ສະດຸ, ​ເຄມີ.​​.​.

    ລາງວັນ​ປະດິດ​ສ້າງວິທະຍາສາດ​ຕັກ​ໂນ​ໂລ​ຢີ ຫວຽດນາມ ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍຂອງ​ນັກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ທີ່​ພວມ​ເຮັດ​ວຽກ​ໃນ​ບັນດາ​ສະ​ຖາ​ບັນຄົ້ນ​ຄ້ວາ, ມະຫາວິທະຍາ​​ໄລ, ບັນດາ​ວິ​ສາ​ຫະກິດ​ຢ່າງ​ຕັ້ງໜ້າ​, ປະກອບສ່ວນ​ສົ່ງ​ເສີມ, ​ເຊີດ​ຊູ​ບັນດາ​ນັກວິທະຍາສາດ​ທີ່ມີ​ຜົນງານ​ດີ​ເດັ່ນ​ໃນ​ວຽກ​ງານ​ຄົ້ນ​ຄ້ວາ ​ແລະ ຜັນ​ຂະຫຍາຍ.


ຂ່າວ/ບົດ​ອື່ນ