ຈີນ ຍື່ນ​ສະ​ເໜີ​ໃບ​ຮ້ອງ​ຟ້ອງ ກາ​ນາ​ດາ ຂຶ້ນ​ອົງ​ການ WTO

(VOVWORLD) - ຈີນ ຍື່ນໃບຮ້ອງຟ້ອງຂຶ້ນອົງການການຄ້າໂລກ (WTO) ສຳລັບບັນດາມາດຕະການ ເຊິ່ງປະເທດນີ້ຖືວ່າ ເປັນການອາລັກຂາການຄ້າຂອງ ການາດາ ຕາມລຳພັງຝ່າຍດຽວ. 
ຈີນ ຍື່ນ​ສະ​ເໜີ​ໃບ​ຮ້ອງ​ຟ້ອງ ກາ​ນາ​ດາ ຂຶ້ນ​ອົງ​ການ WTO - ảnh 1ວິສາຫະກິດຜະລິດລົດໂອໂຕແຫ່ງໜຶ່ງຂອງ ຈີນ (ພາບ:THX/TTXVN)

ວັນທີ 02 ຕຸລາ, ກະຊວງການຄ້າ ຈີນ ໃຫ້ຮູ້ວ່າ ປະເທດນີ້ ໄດ້ຍື່ນໃບຮ້ອງຟ້ອງຂຶ້ນອົງການການຄ້າໂລກ (WTO) ສຳລັບບັນດາມາດຕະການ ເຊິ່ງປະເທດນີ້ຖືວ່າ ເປັນການອາລັກຂາການຄ້າຂອງ ການາດາ ຕາມລຳພັງຝ່າຍດຽວ. ການກະທຳຂອງ ປັກກິ່ງ ໄດ້ຮັບຖືວ່າ ເພື່ອແນໃສ່ໂຕ້ຕອບເລື່ອງ ການາດາ ປະກາດຈັດວາງພາສີ 100% ສຳລັບລົດໄຟຟ້າ ແລະ 25% ສຳລັບເຫຼັກກ້າ ແລະ ອາລູມີນຽມນຳເຂົ້າຈາກປະເທດນີ້, ນັບແຕ່ວັນທີ 22 ຕຸລາ. ຈີນ ກໍໄດ້ເປີດບັ້ນສືບສວນການຕ້ານການຈຳແນກການປະພຶດສຳລັບມາດຕະການຈຳກັດຂອງ ການາດາ ເພື່ອແນໃສ່ບາງປະເພດສິນຄ້ານຳເຂົ້າຈາກ ຈີນ. ແຈ້ງການຂອງກະຊວງດັ່ງກ່າວໄດ້ຊີ້ແຈ້ງວ່າ ປັກກິ່ງ ຈະປະຕິບັດທຸກມາດຕະການທີ່ຈຳເປັນ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາວິສາຫະກິດ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ