ຈ່າວິງ ຕ້ອງຖືນະໂຍບາຍໃຫ້ແກ່ຜູ້ມີຄຸນງາມຄວາມດີ ແລະ ການຮັບປະກັນຊີວິດສັງຄົມແມ່ນຈຸດສຸມ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕີລາຄາສູງຕໍ່ໝາກຜົນ, ຜົນງານເຊິ່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຈ່າວິງ ບັນລຸໄດ້ໃນໄລຍະຜ່ານມາ.
ຈ່າວິງ ຕ້ອງຖືນະໂຍບາຍໃຫ້ແກ່ຜູ້ມີຄຸນງາມຄວາມດີ ແລະ ການຮັບປະກັນຊີວິດສັງຄົມແມ່ນຈຸດສຸມ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ: qdnd.vn)

ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຕອນເຊົ້າວັນທີ 29 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ຄະນະປະຕິບັດງານໄດ້ເຮັດວຽກກັບຄະນະປະຈຳຄະນະພັກແຂວງຈ່າວິງ ກ່ຽວກັບສະພາບການຜັນຂະຫຍາຍໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2022.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕີລາຄາສູງຕໍ່ໝາກຜົນ, ຜົນງານເຊິ່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຈ່າວິງ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານປະທານສະພາແຫ່ງຊາດກໍ່ເຫັນດີກັບເປົ້າໝາຍຂອງແຂວງ ຈ່າວິງ ແມ່ນສູ້ຊົນໃຫ້ກາຍເປັນສູນພະລັງງານ, ໂດຍສະເພາະແມ່ນພະລັງງານຜະລິດຄືນໃໝ່ຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ; ພັດທະນາການທ່ອງທ່ຽວທະເລ, ລ້ຽງປູກ ແລະ ຫາສິນໃນນ້ຳ.

        ກ່ຽວກັບວຽກງານເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ ແລະ ການຮັບປະກັນຊີວິດສັງຄົມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ ທາງແຂວງຕ້ອງເອົາໃຈໃສ່ເປັນພິເສດເຖິງການປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີ ແລະ ການຮັບປະກັນຊີວິດສັງຄົມ ກໍຄືການອຸປະກະລະສັງຄົມ, ຖືນີ້ແມ່ນຈຸດສຸມໜຶ່ງ.

ຕອນບ່າຍວັນທີ 29 ເມສາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມໂຮງໝໍຫຼາຍຂະແໜງແຂວງ ຈ່າວິງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປິແຫ່ງວັນສ້າງຕັ້ງແຂວງ ຈ່າວິງ ຄືນໃໝ່ ແລະ ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແມ່ ຫວຽດນາມ ວິລະຊົນ, ນັກປະຕິວັດຜູ້ອາວຸດໂສບາງຄົນໃນບໍລິເວນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ