ຊຸກຍູ້ການຮ່ວມມືບຳລຸງສ້າງວິຊາຊີບລະຫວ່າງ ເຢຍລະມັນ ແລະ ບັນດາປະເທດ ອາຊຽນ

(VOVWORLD) - ວັນທີ 02 ມີນາ, ເວທີປາໄສສຶກສາ ແລະ ບຳລຸງສ້າງວິຊາຊີບ ອາຊຽນ - ເຢຍລະມັນ ຄັ້ງທີ 1 ໄດ້ດຳເນີນຢູ່ນະຄອນ Hamburg ຂອງ ເຢຍລະມັນ ດ້ວຍເປົ້າໝາຍຈຸດສຸມແມ່ນ ຮັກສາ ແລະ ເປີດກ້ວາງການຮ່ວມມືໃນຂົງເຂດບຳລຸງສ້າງວິຊາຊີບລະຫວ່າງບັນດາຝ່າຍ.
 ຊຸກຍູ້ການຮ່ວມມືບຳລຸງສ້າງວິຊາຊີບລະຫວ່າງ ເຢຍລະມັນ ແລະ ບັນດາປະເທດ ອາຊຽນ - ảnh 1 ເວທີປາໄສສຶກສາ ແລະ ບຳລຸງສ້າງວິຊາຊີບ ອາຊຽນ - ເຢຍລະມັນ ຄັ້ງທີ 1 (ພາບ: TTXVN)

ເຂົ້າຮ່ວມເວທີປາໄສມີບັນດານັກຊ່ຽວຊານທີ່ມີປະສົບການຫລາຍຢ່າງກ່ຽວກັບຂົງເຂດບຳລຸງສ້າງວິຊາຊີບຂອງ ເຢຍລະມັນ, ບາງເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າສະຖານທູດບັນດາປະເທດ ອາຊຽນ ປະຈຳ ເຢຍລະມັນ. ກ່ຽວກັບຝ່າຍ ຫວຽດນາມ ມີທ່ານເອກອັກຄະລັດຖະທູດ ດ່ວານຊວນຮຶງ ພ້ອມດ້ວຍຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ.

        ເວທີປາໄສຄັ້ງນີ້ ແມ່ນຂໍ້ລິເລີ່ມ ເພື່ອແນໃສ່ຊ່ວຍບັນດານັກຊ່ຽວຊານປຶກສາຫາລື ແລະ ຊອກຫາກາລະໂອກາດຮ່ວມມື, ຜ່ານນັ້ນ ຮັກສາ ແລະ ເປີດກ້ວາງບັນດາການພົວພັນໃນຂົງເຂດບຳລຸງສ້າງວິຊາຊີບລະຫວ່າງບັນດາປະເທດ ອາຊຽນ ແລະ ເຢຍລະມັນ.

        ທີ່ເວທີປາໄສ, ບັນດາຜູ້ແທນໄດ້ຕີລາຄາກ່ຽວກັບວຽກງານສົມທົບກັນລະຫວ່າງ ເຢຍລະມັນ ແລະ ອາຊຽນ ໃນໄລຍະຜ່ານມາ, ພ້ອມທັງ ສຸມໃສ່ປຶກສາຫາລືບັນດາຂໍ້ລິເລີ່ມດ້ານການສຶກສາ ແລະ ຊຸກຍູ້ບັນດາໂຄງການບຳລຸງສ້າງວິຊາຊີບລະຫວ່າງບັນດາຝ່າຍໃນໄລຍະຈະມາເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ