ຊາວສ.ເກົາຫຼີຕັ້ງຄວາມຫວັງຈະມີສັນຕິພາບ,ຢຸດຕິສົງຄາມ,ປອດນິວເຄຼຍໃນແຫຼມເກົາຫຼີ

(VOVWORLD) -ໃນຊຸມວັນນີ້, ຫາງສຽງພາຍໃນປະເທດ ແລະ ສາກົນ ມີຄວາມສົນໃຈເປັນພິເສດຕໍ່ເຖິງກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ເຊິ່ງພວມດຳເນີນຢູ່ນະຄອນຫຼວງຮ່າໂນ້ຍ.

ພິເສດ, ສຳລັບປະຊາຊົນສ.ເກົາຫຼີ ແລ້ວ, ເຫດການດັ່ງກ່າວໄດ້ເປີດຄວາມຫວັງໃໝ່ກ່ຽວກັບວິວັດທະນາການສັນຕິພາບໃນແຫຼມເກົາຫຼີ.

        ເມື່ອແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ທ່ານ Yoon Sang ho, ປະທານສະມາຄົມຊາວສ.ເກົາຫຼີ ອາໄສຢູ່ຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ເຫດການໃນຄັ້ງນີ້ແມ່ນສິ່ງທີ່ທັງສ.ເກົາຫຼີ ແລະ ສປປ.ເກົາຫຼີ ພວມຕັ້ງຄວາມຫວັງຫຼາຍຢ່າງ ກ່ຽວກັບການປ່ຽນແປງທີ່ມີຄວາມຕັ້ງໜ້າສຳລັບການພົວພັນຂອງທັງ 2 ຝ່າຍ. ພວກຂ້າພະເຈົ້າມີຄວາມຫວັງຫຼາຍຢ່າງກ່ຽວກັບສັນຕິພາບໃນແຫຼມເກົາຫຼີ, ມີຄວາມຫວັງວ່າຈະບໍ່ມີສົງຄາມອີກ. ສ.ເກົາຫຼີ ແລະ ສປປ.ເກົາຫຼີ ພວມຢູ່ໃນທ່າຢຸດຮົບ, ສົງຄາມພຽງຢຸດຕິໂດຍຊົ່ວຄາວເທົ່ານັ້ນ ຫາກຍັງບໍ່ທັນຢຸດຕິຢ່າງສິ້ນເຊິ່ງ. ສິ່ງທີ່ພວກຂ້າພະເຈົ້າພວມລໍຄອຍ ນັ້ນແມ່ນການກ້າວເຂົ້າສູ່ສະພາບຢຸດຕິສົງຄາມຢ່າງສິ້ນເຊິງໃນແຫຼມເກົາຫຼີ. ເວົ້າລວມແລ້ວ, ພວກຂ້າພະເຈົ້າຢາກມີສັນຕິພາບ, ຢຸດຕິສົງຄາມ ແລະ ປອດນິວເຄຼຍ.”

        ທ່ານ Yoon Sang ho ກໍຕີລາຄາສູງວຽກງານຈັດຕັ້ງຂອງຫວຽດນາມ ສຳລັບກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ແລະ ຖືວ່າ, ເລື່ອງເລືອກເຟັ້ນຫວຽດນາມ ແມ່ນປະເທດຈັດເຫດການສຳຄັນນີ້ແມ່ນເໝາະສົມທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ