ຊາວໂຮ່ຈີມິນສ່ວນຫຼາຍ ໄດ້ເຫັນດີຕໍ່ຮູບແບບບໍ່ຈັດ ຕັ້ງສະພາປະຊາຊົນຂັ້ນ ເມືອງ, ຕາແສງ

ຊາວໂຮ່ຈີມິນສ່ວນຫຼາຍ ໄດ້ເຫັນດີຕໍ່ຮູບແບບບໍ່ຈັດ ຕັ້ງສະພາປະຊາຊົນຂັ້ນ ເມືອງ, ຕາແສງ - ảnh 1
(ພາບ: vietnamnet.vn)

Vov5.vn - ຕາມ​ການ​ຕີ​ລາຄາ​ຂອງ​ຄະນະ​ຈັດ​ຕັ້ງ​ຄະ​ນະ​ພັກ​ນະຄອນ ​ໂຮ່ຈີ​ມິນ, ​ເລື່ອງ​ທົດ​ລອງ​ບໍ່​ຈັດ​ຕັ້ງ​ຮູບ​ແບບສະພາ​ປະຊາຊົນຂັ້ນ​ເມືອງ, ຕາ​​ແສງ​ໃນ​ບໍລິ​ເວັນນະຄອນ ​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ນະຄອນ ​ໄດ້ຮັບ​ການ​ເຫັນ​ດີ​ເຫັນ​ພ້ອມ, ສະໜັບສະໜູນ​ຂອງ​ປະຊາຊົນ ​ແລະ ການ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຂອງ​ບັນດາ​ຂະ​ແໜງ​ການ, ຂັ້ນຕ່າງໆ​ຢູ່​ນະຄອນ. ຜ່ານ​ການ​ທົດ​ລອງ​ນີ້, ​ໃນ​ເບື້ອງ​ຕົ້ນ​ນະຄອນ​ໄດ້​ປະຕິບັດການ​ສ້າງກົງ​ຈັກ​ໃຫ້​ກະທັດ​ລັດ, ​ແກ້​ໄຂ​ບັນຫາ​ຊ້ອນກັນ​ກ່ຽວ​ກັບ​ບົດບາດ, ໜ້າ​ທີ່​ຂອງ​ບັນດາ​ອົງການ, ຮັບປະກັນ​ລັກສະນະ​ເປັນ​ເອກະພາບ, ທະລຸ​ລ່ວງ, ຍົກ​ສູງ​ປະສິດທິ​ຜົນ, ຜົນ​ສັກສິດ​ຂອງ​ກົງຈັກ​ບໍລິຫານ​ແຫ່​ງລັດ ​ແລະ ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ຢູ່​ຂັ້ນ​ຮາກ​ຖານ​ໂດຍ​ກົງ. ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ​ຜ່ານ ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງ​ຄົ​ມ​ຂັ້ນ​ຕ່າງໆ​ໃນນະຄອນ​ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ, ​ໄດ້​ປຸກລະດົມ​ບັນດາ​ແຫຼ່ງກຳລັງ​ໃນ​ໝູ່ປະຊາຊົນ, ປະກອບສ່ວນ​ປະຕິບັດ​ບັນດາ​ຄາດໝາຍ​​ໃນແຜ​ນການ​ເສດຖະກິດ - ສັງ​ຄົມ ​ແລະ ການ​ປ້ອງ​ກັນຊາດ​ປ້ອງ​ກັນ​ຄວາມ​ສະຫງົບ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ