ຍົກສູງວຽກງານຄຸ້ມຄອງ, ຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມກ່ວາອີກ

(VOVWORLD) - ບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ບັນດາເຂດ, ທ້ອງຖິ່ນ, ພິເສດແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ. ເມື່ອຕອບຄຳຖາມຂອງ ສສຊ ກາວດິ່ງເທື່ອງ, ຄະນະ ສສຊ ແຂວງ ຟູ໋ເທາະ...
ຍົກສູງວຽກງານຄຸ້ມຄອງ, ຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມກ່ວາອີກ - ảnh 1ທ່ານ ເຈີ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໃນວາລະຊັກຖາມ

ວັນທີ 5 ມິຖຸນາ, ສະພາແຫ່ງຊາດ ສືບຕໍ່ຊັກຖາມທ່ານ ເຈີ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ທ່ານ ດາວງອັກຢູງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ.

        ນະທີ່ນີ້, ທ່ານ ເຈີ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ວາ 50 ຄົນກ່ຽວກັບບັນຫາກ່ຽວຂ້ອງເຖິງວຽກງານການຄຸ້ມຄອງທີ່ດິນຢູ່ບັນດານະຄອນໃຫຍ່; ສະພາບມົນລະພິດສິ່ງແວດລ້ອມ ແລະ ຄວບຄຸມການເຄື່ອນໄຫວປ່ອຍສິ່ງເສດເຫຼືອຂອງບັນດາວິສາຫະກິດ; ບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ບັນດາເຂດ, ທ້ອງຖິ່ນ, ພິເສດແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ. ເມື່ອຕອບຄຳຖາມຂອງ ສສຊ ກາວດິ່ງເທື່ອງ, ຄະນະ ສສຊ ແຂວງ ຟູ໋ເທາະ, ກ່ຽວກັບໂຄງການລົງທຶນ ແລະ ຮາກຖານການຜະລິດອຸດສາຫະກຳເຄື່ອນໄຫວແຕ່: ເຕັກໂນໂລຊີບຳບັດສິ່ງເສດເຫຼືອ, ນ້ຳເສຍທີ່ຫຼ້າຫຼັງ, ກໍ່ມົນລະພິດຕໍ່ສິ່ງແວດລ້ອມ ແລະ ມາດຕະການຂອງກະຊວງຊັບພະຍາກອນສິ່ງແວດລ້ອມກ່ຽວກັບບັນຫານີ້… ທ່ານ ລັດຖະມົນຕີ ເຈີ່ນຮົ່ງຮ່າ, ໃຫ້ຮູ້ວ່າ:

“ສະພາບການຕົວຈິງແມ່ນວິສາຫະກິດກ່ອນນີ້ຫຼາຍແຫ່ງຈາກວຽກງານການຄຸ້ມຄອງ, ຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມ, ການຕິດຕາມປະຕິບັດຍັງອ່ອນ, ກຳລັງຄວາມສາມາດຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມຍັງຕ່ຳ. ພວກຂ້າພະເຈົ້າໄດ້ຈັດແບ່ງວຽກງານສຳລັບບັນດາຂອບຂະໜາດ, ແຫລ່ງຖ່າຍເທ, ມອບໃຫ້ຂັ້ນໃດຄຸ້ມຄອງ… ການກຳແໜ້ນສະພາບການນີ້ຢ່າງຈະແຈ້ງທີ່ສຸດນັ້ນແມ່ນ: ກະຊວງຊັບພະຍາກອນສິ່ງແວດລ້ອມພວມມີຂັ້ນຕອນເພື່ອໃຫ້ບັນດາວິສາຫະກິດແກ້ໄຂ, ເມື່ອຮອດຈຸດເວລາທີ່ບໍ່ຕອບສະໜອງຄຳຮຽກຮ້ອງໄດ້ແມ່ນຈະປະຕິບັດມາດຕະການຢ່າງດັດຂາດ. ຊ້ຳບໍ່ໜຳ, ຈະປິດປະຕູວິສາຫະກິດຖາວອນຫາກບໍ່ແມ່ນການປິດປະຕູຊົ່ວຄາວອີກ.”

ກໍ່ໃນຕອນເຊົ້າມື້ນີ້, ສະພາແຫ່ງຊາດເລີ່ມຕົ້ນວາລະຊັກຖາມຂອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອັກຢູງ ກ່ຽວກັບສະພາບການຕະຫຼາດແຮງງານໃນປະຈຸບັນ, ບັນຫາແກ້ໄຂວຽກເຮັດງານທຳພາຍໃນປະເທດ ແລະ ສົ່ງຄົນງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດເຮັດວຽກຕາມສັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ