ຍີ່ປຸ່ນແລະກຳປູເຈຍຊຸກຍູ້ການຮ່ວມມືຮອບດ້ານ

ຍີ່ປຸ່ນແລະກຳປູເຈຍຊຸກຍູ້ການຮ່ວມມືຮອບດ້ານ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Hun Sen

(vovworld) - ຍີ່ປຸ່ນ​ ຫວັງ​ວ່າ: ສະພາບ​ການ​ພາຍຫຼັງ​ການ​ເລືອກ​ຕັ້ງ​ຢູ່ ກຳປູ​ເຈຍ ຈະ​ໄດ້​ຮັບ​ການ​ແກ້​ໄຂ​ຜ່ານ​ການ​ໂອ້​ລົມ​ສົນທະນາ ​ແລະ ການ​ຮ່ວມ​ມື​ລະ​ຫວ່າງຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ບົນ​ຈິດ​ໃຈ​ປອງ​ດອງ​ຊາດ. ຍີ່ປຸ່ນ ພ້ອມ​ແລ້ວທີ່​ຈະ​ໜູນ​ຊ່ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ​ລະບົບ​ເລືອກ​ຕັ້ງ​ຢູ່ ກຳປູ​ເຈຍ ຕາມ​ຄຳ​ໝັ້ນ​ສັນຍາ ​ແລະ ຂໍ້​ສະ​ເໜີ​ຂອງ​ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Hun Sen. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນ​ື້ອ​ໃນ​ສຳຄັນ​ຂອງ​ການ​ເຈລະຈາ​​ເມື່ອ​ວັນ​ທີ 16/11 ຢູ່ ພະນົມ​ເປັນ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ກຳປູ​ເຈຍ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.

        ທີ່​ການ​ເຈລະຈາ, ນາຍົກລັດຖະມົນຕີ 2 ປະ​ເທດ ​ເນັ້ນ​ໜັກ​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ພັດທະນາ​ການ​ພົວພັນ 2 ຝ່າຍ ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ເມືອງ - ປ້ອງ​ກັນ​ຄວາມ​ສະຫງົບ, ປະຊາທິປະ​ໄຕ - ກົດໝາຍ, ​ເສດຖະກິດ, ​ແລກປ່ຽນ​ວັດທະນະທຳ.​.​. ພ້ອມ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ກ່ຽວຂ້ອງ.

        ​ໃນ​ການ​ປຶກ​ສາ​ຫາລື​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, ບັນດາ​ການ​ນຳ ຍີ່ປຸ່ນ ​ແລະ ກຳປູ​ເຈຍ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ແກ້​ໄຂ​ການ​ພິດ​ພາດບົນ​ທະ​ເລ​ດ້ວຍ​ສັນຕິ​ວິທີ ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ ​ໃນ​ນັ້ນ ມີ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົ​​​ດໝາຍວ່າ​ດ້ວຍ​ທະ​ເລ​ປີ 1982, ​ແລະ ປາດ​ຖະໜາ​ວ່າ ບັນດາ​ຝ່າຍ​ກ່ຽວຂ້ອງ​ຈະບັນລຸ​ໄດ້​ປະມວນ​ຂໍ້​ກຳນົດ​ການ​ປະພຶດ (COC) ​ເພື່ອ​ປະກອບສ່ວນ​ແກ້​ໄຂ​ການ​ພິດ​ພາດ ​ແລະ ການ​ປະ​ທະ​ກັນ​ບົນ​ທະ​ເລ​ຢ່າງ​ມີ​ປະສິດທິ​ຜົນ.

 

 


ຂ່າວ/ບົດ​ອື່ນ