ຍີ່ປຸ່ນ, ອາເມລິກາ ເພີ່ມທະວີການພົວພັນສຳພັນທະມິດຮັບມືກັບບັນດາໄພນາບຂູ່ຈາກ ສປປ ເກົາຫຼີ
(VOVWORLD) - ວັນທີ 17 ສິງຫາ, ຍີ່ປຸ່ນ ແລະ ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາສືບຕໍ່ກໍ່ຄວາມກົດດັນຕໍ່ ສປປ ເກົາຫຼີ, ພ້ອມທັງຮັບປະກັນເພີ່ມທະວີການພົວພັນສຳພັນທະມິດເພື່ອແນໃສ່ຮັບມືຢ່າງມີປະສິດທິຜົນກ່ວາກັບໄພນາບຂູ່ທີ່ນັບມື້ນັບເພີ່ມຂຶ້ນຍ້ອນບັນດາໂຄງການລູກສອນໄຟ ແລະ ນິວເຄຼຍຂອງ ພຽງຢ່າງ.
ບັນດາລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ 2 ຝ່າຍ |
ຂໍ້ຕົກລົງນີ້ໄດ້ຍົກອອກມາໃນຂອບເຂດການປຶກສາຫາລືຄວາມໝັ້ນຄົງຂັ້ນສູງ “2+2” ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ. ໃນຖະແຫຼງພາຍຫຼັງກອງປະຊຸມ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ 2 ປະເທດໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ “ປະຕິບັດຢ່າງຮອບດ້ານ ແລະ ເຖິງຖອງ” ບັນດາມາດຕະການລົງໂທດຂອງສະພາຄວາມໝັ້ນຄົງ ສປຊ ຕໍ່ ສປປ ເກົາຫຼີ ເພື່ອແນໃສ່ບັງຄັບໃຫ້ປະເທດນີ້ປ່ຽນແປງເສັ້ນທາງຂອງຕົນ.
ໃນສະພາບການທີ່ກ່ຽວຂ້ອງ, ທ່ານ Vasily Nebenzya, ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສປຊ ຖືວ່າ ບັນດາຖະແຫຼງການມີລັກສະນະປອງດອງເຊິ່ງ ອາເມລິກາ ແລະ ສປປ ເກົາຫຼີ ຍົກອອກມາ ພາຍຫຼັງບັນດາການກ່າວເຕືອນເຊິ່ງກັນ ແລະ ກັນ ແມ່ນສັນຍານທີ່ດີງາມ.