ດ່ານັ້ງເລີ່ມລົງມືກໍ່ສ້າງໂຄງການເປີດກວ້າງທ່າກ່ຳປັນຕຽນຊາ

ດ່ານັ້ງເລີ່ມລົງມືກໍ່ສ້າງໂຄງການເປີດກວ້າງທ່າກ່ຳປັນຕຽນຊາ - ảnh 1
(ພິ​ທີເລີ່​ມ​ລົງ​ມ​ືກໍ່​ສ້າງ​ໂຄງ​ການເປີດກວ້າງ
​ທ່າ​ກຳ​ປັ່ນ ຕຽນ​ຊາ ໄລ​ຍະ 2)

(vovworld) - ວັນ​ທີ 31/07, ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ດ່ານັ້ງ ໄດ້​ອອກ​ຄຳ​ສັ່ງ​ເລີ່​ມ​ລົງ​ມ​ືກໍ່​ສ້າງ​ໂຄງ​ການເປີດກວ້າງ​ທ່າ​ກຳ​ປັ່ນ ຕຽນ​ຊາ ໄລ​ຍະ 2. ໂຄງ​ການ​ເປີດກວ້າງ​ທ່າ​ກ່ຳ​ປັນ ຕຽນ​ຊາ ໄລ​ຍະ 2 ມີ​ຍອດ​​ຈຳ​ນວນເງິນ​ລົງ​ທຶນ​ເກືອບ 1.000 ຕື້​ດົ່ງ, ໄລ​ຍະ​ປະ​ຕິ​ບັດ​​ແມ່ນ​ເກືອບ 2 ປີ. ທ່ານ ຫງວຽນ​ເຍືດ, ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ໃຫ້​ຮູ້​ວ່າ.

        “ເລື່ອງ​ຍົກ​ສູງ ແລະ ເປີດກວ້າງ​ທ່າ​ກ່ຳ​ປັນ ຕຽນ​ຊາ ເພື່ອ​ຕອບ​ສະ​ໜອງຄວາມ​ຕ້ອງ​ການ​ຂຸດ​ຄົ້ນທ່າ​ກ່ຳ​ປັນ ຕາມ​ມາ​ດ​ຕະ​ຖານ​ສາ​ກົນ. ພ້ອມ​ທັງ, ປະ​ຕິ​ບັດ​ໜ້າ​ທີ່​ແລກ​ປ່ຽນ​ການ​ຄ້າ ຈະ​ມີ​ການ​ກະ​ທົບ​ເຖິງ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄ​ງ​ລ່າງ​ຄົມ​ມະ​ນາ​ຄົມ ແລະ ພັດ​ມະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ນະ​ຄອນ​ດ່ານັ້ງ. ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົງ​ສົ່ງ ​ຮຽກ​ຮ້ອງ​ເ​ຈົ້າ​ຂອງ​ລົງ​ທຶນ, ນັກປະ​ມູນ, ທີ່​ປຶກ​ສາ​ມີ​ບັນ​ດາ​ມາ​ດ​ຕະ​ການ​ແກ້​ໄຂ​ຢ່າງ​ເໝາະ​ສົມ ເພື່ອ​ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ​ທີ່​ໄດ້​ວາງ​ອອກ ​ຄື​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ວິ​ວັດ​ແຫ່ງ​ການກໍ່​ສ້າງ”.

        ເລື່ອງ​ລົງ​ທຶນກໍ່​ສ້າງ​ໂຄງ​ກາ​ນ​ເປີດກວ້າງ​ທ່າກ​່ຳ​ປັນ ຕຽນ​ຊາ ໄລ​ຍະ 2 ນຳ​ທ່າ​ກ່ຳ​ປັນ ຕຽນ​ຊາ ໃຫ້​ກາຍ​ເປັນແຫ່ງ​ແລກ​ປ່ຽນ​ຄົມ​ມະ​ນາ​ຄົມ​ທີ່​ສຳ​ຄັນ​ຂອງ​ເຂດ​ພາກ​ກາງ ແລະ ແລວ​ເສດ​ຖ​ະ​ກິດ​ທິດ​ຕາ​ເວັນ​ຕົກ - ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ