ທ່ອງທ່ຽວ ບິ່ງດິ້ງ ມຸ່ງໄປເຖິງການບໍລິການເສດຖະກິດຕອນກາງຄືນໃຫ້ດີກວ່າ

(VOVWORLD) -ຂະແໜງທ່ອງທ່ຽວແຂວງ ບິ່ງດິ້ງ ມານະພະຍາຍາມດຶງດູດນັກທ່ອງທ່ຽວດ້ວຍເລື່ອງ ຈັດບັນດາເຫດການທ່ອງທ່ຽວຊຸມຊົນ, ພິເສດແມ່ນພັດທະນາການບໍລິການເສດຖະກິດຕອນກາງຄືນ.
ທ່ອງທ່ຽວ ບິ່ງດິ້ງ ມຸ່ງໄປເຖິງການບໍລິການເສດຖະກິດຕອນກາງຄືນໃຫ້ດີກວ່າ - ảnh 1(ຮ້ານກາເຟຢູ່ ກຸຍເຍິນ)

        ປີ 2023, ແຂວງ ບິ່ງດິ້ງ ສູ້ຊົນຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ 5 ລ້ານເທື່ອຄົນ. ຂະແໜງທ່ອງທ່ຽວແຂວງ ບິ່ງດິ້ງ ມານະພະຍາຍາມດຶງດູດນັກທ່ອງທ່ຽວດ້ວຍເລື່ອງ ຈັດບັນດາເຫດການທ່ອງທ່ຽວຊຸມຊົນ, ຍົກສູງຄຸນນະພາບການຮັບໃຊ້ຢູ່ບັນດາສະຖານທີ່ພັກເຊົາ, ພິເສດແມ່ນພັດທະນາການບໍລິການເສດຖະກິດຕອນກາງຄືນ. ນອກນັ້ນ, ບັນດາຖະໜົນອາຫານການກິນ, ຕະຫຼາດຄ່ຳຄືນ, ການບໍລິການບັນເທີງຢູ່ໃຈກາງນະຄອນທະເລ ກຸຍເຍີນ… ພວມຄ່ອຍໆຍົກສູງຄຸນນະພາບການຮັບໃຊ້ແຂກທ່ອງທ່ຽວ. ທ່ານ ຮີ່ນກາວເຍິດ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ບິ່ງດິ້ງ, ຢືນຢັນວ່າ:

        “ຂະແໜງທ່ອງທ່ຽວສະເໜີສ້າງຜະລິດຕະພັນທ່ອງທ່ຽວໃນຕອນກາງຄືນໃຫ້ຫຼາຍກວ່າ, ພິເສດແມ່ນບັນດາການເຄື່ອນໄຫວເຊື່ອມຕົວເຂົ້າກັບບັນຍາກາດໃນຕອນກາງຄືນຂອງແຂກທ່ອງທ່ຽວ. ຕ້ອງເປີດກວ້າງບັນດາລາຍການ, ສາຍທ່ອງທ່ຽວ ແລະ ສ້າງສະຖານທີ່ໃຫ້ນັກທ່ອງທ່ຽວມາທ່ຽວ. ເລືອກເອົາສະຖານທີ່ເໝາະສົມເພື່ອຈັດຖະໜົນຍ່າງໃຫ້ບັນລຸປະສິດທິຜົນກວ່າ, ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ - ສັງຄົມ, ທັງພັດທະນາການບໍລິການອີກດ້ວຍ”.

ຕອບກັບ

ຂ່າວ/ບົດ​ອື່ນ