ທະນາຄານແຫ່ງລັດລົງນາມໃນບົດບັນທຶກກັບທະນາຄານສູນກາງສ.ເກົາຫຼີ

ທະນາຄານແຫ່ງລັດລົງນາມໃນບົດບັນທຶກກັບທະນາຄານສູນກາງສ.ເກົາຫຼີ - ảnh 1
ພິ​ທີ​ລົງ​ນາມ
(ພາບ: sbv.gov.vn)
(vovworld) - ວັນ​ທີ 17/06, ຢູ່​ຮ່າ​ໂນ້ຍ, ທະ​ນາ​ຄານ​ແຫ່ງ​ລັດຫວຽດ​ນາມ ແລະ ທະ​ນາ​ຄານ​ສູນ​ກາງ​ສ.ເກົາ​ຫຼີ ໄດ້​ຈັດ​ພິ​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ລາຍ​ການ​ຄ​ູ່​ຮ່ວມ​ມື​ແບ່ງ​ປັນ​ບົດ​ຮຽນ​ປີ 2016 ລະ​ຫວ່າງທະ​ຫານ​ຄານ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ລົງ​ນາມ. ທ່ານ Sangche Lee, ຜູ້​ອຳ​ນວຍ​ການ​ໂຄງ​ການ​ຄູ່​ຮ່ວມ​ມື​ແບ່ງ​ປັນ​ບົດ​ຮຽນທະ​ນາ​ຄານ​ສູນ​ກາງ​ສ.ເກົາ​ຫຼີ ໃຫ້​ຮູ້​ວ່າ: ເລື່ອງ​ລົງ​ນາມ​ລະ​ຫວ່າງທະ​ນາ​ຄານ 2 ປະ​ເທດ​ຈະ​ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ບັນ​ດາ​ຫົວໜ່ວຍ​ໃນ​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ຮ​່ຳ​ຮຽນ​​ເອົາ​ບົດ​ຮຽນຈາກ​ທະ​ນາ​ຄານ​ສູນ​ກາງ​ສ.ເກົາ​ຫຼີ ບັນ​ດາ​ບົດ​ນຽນ ແລະ ​ຄວາມກ້າວ​ໜ້າ​ກ່ຽວ​ກັບ​ການ​ຄາດ​ຄ​ະ​ເນ​​ບ້ວງ​ຊໍ້​ຳ​ລະ​ເງິນ​ຕາ​ຕ່າງ​ປະ​ເທດ ແລະ ອັດ​ຕາ​ແລກ​ປ່ຽນ. ຈາກນັ້ນ, ສືບ​ຕໍ່​ໜູນ​ຊ່ວຍ​ເພີ່ມ​ທ​ະ​ວີ​ກຳ​ລັງ​ແຮງ​ໃຫ້​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ໃນ​ການ​ໄຈ​້​ແຍກ ແລະ ສ້າງ​ຄວາມ​ດຸນ​ດຽງ​​ດ້ານເງິນ​ຕາ​ຕ່າງ​ປະ​ເທດຂອ​ງ​ພື້ນ​ຖານ​ເສດ​ຖະ​ກິດ ຮັບ​ໃຊ້​ການ​ວາງ​ແຜນ​ກຳ​ນົດ ແລະ ປະ​ຕິ​ບັດ​ຍະ​ໂຍ​ບາຍ​ເງິນ​ຕາ ແລະ ອັດ​ຕາ​ແລກ​ປ່ຽນ, ກໍ່​ຄື​ການ​ຄິດ​ໄລ່​ຄວາມ​ສາ​ມາດ​ແຊກ​ແຊງ​ເຂ​ົ້າ​ຕະ​ຫຼ​າດ​ເງິນ​ຕາ​ຕ່າງ​ປະ​ເທດ ແລະ ຄາດ​ຄະ​ເນ​ລະ​ດັບ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ​ໃຫ້​ເໝາະ​ສົມ.
ຂ່າວ/ບົດ​ອື່ນ