ທ່ານນາຍົກລັດຖະມົນຕີຕ້ອນຮັບນັກວິທະຍາສາດ ແລະ ນັກວິສະວະກອນຍິງພາກພື້ນ ອາຊີ - ປາຊີຟິກ

(VOVWORLD) - ລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ຖັນແຖວນັກປັນຍາຊົນ, ໃນນັ້ນມີນັກປັນຍາຊົນຍິງ, ເສີມຂະຫຍາຍກຳລັງຄວາມສາມາດ, ຄວາມສຸດຈິດສຸດໃຈຂອງຕົນຢ່າງສຸດຂີດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກປັນຍາຊົນຍິງ, ນັກວິທະຍາສາດຍິງເຂົ້າຮ່ວມບັນດາການເຄື່ອນໄຫວ startup
ທ່ານນາຍົກລັດຖະມົນຕີຕ້ອນຮັບນັກວິທະຍາສາດ ແລະ ນັກວິສະວະກອນຍິງພາກພື້ນ ອາຊີ - ປາຊີຟິກ - ảnh 1

        ຕອນເຊົ້າວັນທີ 04 ຕຸລາ, ຢູ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ການພົບປະກັບບັນດາຜູ້ແທນກອງປະຊຸມເຄືອຂ່າຍບັນດານັກວິທະຍາສາດ ແລະ ນັກວິສະວະກອນພາກພື້ນ ອາຊີ - ປາຊີຟິກ ແລະ ການນຳສະມາຄົມແມ່ຍິງປັນຍາຊົນ ຂຶ້ນກັບສະຫະພັນແມ່ຍິງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢືນຢັນວ່າ, ລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ຖັນແຖວນັກປັນຍາຊົນ, ໃນນັ້ນມີນັກປັນຍາຊົນຍິງ, ເສີມຂະຫຍາຍກຳລັງຄວາມສາມາດ, ຄວາມສຸດຈິດສຸດໃຈຂອງຕົນຢ່າງສຸດຂີດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກປັນຍາຊົນຍິງ, ນັກວິທະຍາສາດຍິງເຂົ້າຮ່ວມບັນດາການເຄື່ອນໄຫວ startup, ນະວັດຕະກຳ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ເຄືອຂ່າຍນັກວິທະຍາສາດ ແລະ ນັກວິສະວະກອນຍິງສາກົນ ສືບຕໍ່ເອົາໃຈໃສ່, ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນບົດຮຽນກັບ ຫວຽດນາມ; ໜູນຊ່ວຍຖ່າຍທອດເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຍົກສູງກຳລັງການຄຸ້ມຄອງ, ສ້າງກົນໄກ, ລະບຽບການ, ນະໂຍບາຍ.

ຕອບກັບ

ຂ່າວ/ບົດ​ອື່ນ