ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂອງ​ຕ່າງ​ປະ​ເທດ​ທີ່​ພວມ​ລົງ​ທຶນ​ຢູ່ ຫວຽດ​ນາມ

(VOVWORLD) -      ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປະກາດແຜນຜັງ ແລະ ການສົ່ງເສີມການລົງທຶນແຂວງ ບັກນິງ, ຕອນບ່າຍວັນທີ 22 ກັນຍາ, ຢູ່ນະຄອນ ບັກນິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບການນຳບັນດາກຸ່ມບໍລິສັດຕ່າງປະເທດທີ່ພວມລົງທຶນຢູ່ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂອງ​ຕ່າງ​ປະ​ເທດ​ທີ່​ພວມ​ລົງ​ທຶນ​ຢູ່ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານ Choi Joo Ho ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Samsung ຫວຽດນາມ (ພາບ: TTXVN)

ໃນການພົບປະ, ທ່ານ Choi Joo Ho ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Samsung ຫວຽດນາມ ໃຫ້ຮູ້ວ່າ ປັດຈຸບັນ, Samsung ຫວຽດນາມ ມີຍອດເງິນລົງທຶນທັງໝົດ 22,4 ຕື້ USD. ດ້ວຍການໜູນຊ່ວຍຢ່າງຕັ້ງໜ້າຂອງລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຫວຽດນາມ, Samsung ຕັດສິນໃຈປະຕິບັດຍຸດທະສາດລົງທຶນຍາວນານຢູ່ ຫວຽດນາມ. ໃນນັ້ນ, ມີໂຄງການໃໝ່ ດ້ວຍມູນຄ່າ 1,8 ຕື້ USD ຢູ່ແຂວງ ບັກນິງ.

        ທ່ານນາຍົກລັດຖະມົນຕີຖືວ່າ ການຮ່ວມມື, ລົງທຶນຢ່າງມີປະສິດທິຜົນຂອງ Samsung ຢູ່ ຫວຽດນາມ ແມ່ນຮູບແບບໃນການພົວພັນຮ່ວມມືດ້ານເສດຖະກິດ ຫວຽດນາມ ແລະ ສ.ເກົາຫຼີ; ພ້ອມທັງປາດຖະໜາວ່າ Samsung ຈະສືບຕໍ່ເຂົ້າຮ່ວມວິວັດການຫັນເປັນເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດພູມປັນຍາຂອງ ຫວຽດນາມ ຢ່າງເລິກເຊິ່ງກວ່າ, ໂດຍສະເພາະແມ່ນບັນດາຂະແໜງການທີ່ຫາກໍພົ້ນເດັ່ນ, ເຊັ່ນ: ຊິບເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, cloud Computing, ນະວັດຕະກຳ.

        ໃນການຕ້ອນຮັບທ່ານ Gary Tseng, ຜູ້ອຳນວຍການໃຫຍ່ບໍລິສັດພັດທະນາ ຟູໝີຊິງ ຈຳກັດ (ໄຕ້ຫວັນ, ຈີນ), ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກຸ່ມບໍລິສັດດັ່ງກ່າວ ໄປຄຽງຄູ່ກັບການພັດທະນາຂອງບັນດາເຂດຕົວເມືອງອັດສະລິຍະ, ທັນສະໄໝ, ຕ້ອງລົງທຶນເຂົ້າເຂດຕົວເມືອງ, ອະສັງຫາລິມະຊັບ ຮັບໃຊ້ປະຊາຊົນຈຳນວນຫຼາຍ, ແຕ່ກໍຕ້ອງມີພື້ນຖານໂຄງລ່າງ ແລະ ຄຸນນະພາບການບໍລິການຢູ່ລະດັບສູງ; ພ້ອມດຽວກັນນັ້ນ ຕ້ອງພິຈາລະນາເຂົ້າຮ່ວມພັດທະນາພື້ນຖານໂຄງລ່າງດ້ານວັດທະນະທຳ, ສາທາລະນະສຸກ, ການສຶກສາ ຢູ່ ຫວຽດນາມ ໃຫ້ເລິກເຊິ່ງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ