ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບຜູ້ກໍ່ຕັ້ງ ທັງເປັນປະທານເວທີປາໄສເສດຖະກິດໂລກ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ WEF ຕັ້ງໜ້າຮ່ວມເດີນທາງ, ຮ່ວມມືກັບ ຫວຽດນາມ ເພື່ອນຳສູນປະຕິວັດອຸດສາຫະກຳ 4.0 (C4IR) ຢູ່ນະຄອນ ໂຮ່ຈີມິນ ໃຫ້ກາຍເປັນໜຶ່ງໃນບັນດາແບບຢ່າງຂອງເຄືອຂ່າຍ WEF
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບຜູ້ກໍ່ຕັ້ງ ທັງເປັນປະທານເວທີປາໄສເສດຖະກິດໂລກ - ảnh 1ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ຕ້ອນຮັບທ່ານສາດສະດາຈານ Klaus Schwab
(ພາບ: TTXVN)

        ວັນທີ 07 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງ ທັງເປັນປະທານເວທີປາໄສເສດຖະກິດໂລກ (WEF), ທີ່ພວມມີການຢ້ຽມຢາມ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ WEF ຕັ້ງໜ້າຮ່ວມເດີນທາງ, ຮ່ວມມືກັບ ຫວຽດນາມ ເພື່ອນຳສູນປະຕິວັດອຸດສາຫະກຳ 4.0 (C4IR) ຢູ່ນະຄອນ ໂຮ່ຈີມິນ ໃຫ້ກາຍເປັນໜຶ່ງໃນບັນດາແບບຢ່າງຂອງເຄືອຂ່າຍ WEF, ກຳລັງໜູນຊຸກຍູ້ການນຳໃຊ້ເຕັກໂນໂລຊີກ້າວໜ້າເຂົ້າໃນບັນດາຂົງເຂດຫຼັກແຫຼ່ງຂອງພື້ນຖານເສດຖະກິດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ທ່ານ Klaus Schwab ແລະ WEF ສືບຕໍ່ເຊື່ອມຕໍ່ ຫວຽດນາມ ກັບບັນດາກຸ່ມບໍລິສັດ, ກອງທຶນທົ່ວໂລກ, ໜູນຊ່ວຍການດຶງດູດການລົງທຶນທີ່ມີຄຸນນະພາບສູງໃນບັນດາຂົງເຂດບຸລິມະສິດ, ຄື: ເຕັກໂນໂລຊີສູງ, ການຫັນປ່ຽນພະລັງງານ, ເສດຖະກິດສີຂຽວ…

        ສ່ວນທ່ານສາດສະດາຈານ Klaus Schwab ຢືນຢັນວ່າ, ດ້ວຍແງ່ຫວັງ ພ້ອມກັບບັນດາຜົນງານດ້ານເສດຖະກິດ - ສັງຄົມທີ່ພົ້ນເດັ່ນ, ຫວຽດນາມ ອາດຈະກາຍເປັນພື້ນຖານເສດຖະກິດ 2.000 ຕື້ USD ໃນປີ 2050.

ຕອບກັບ

ຂ່າວ/ບົດ​ອື່ນ