ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສ້າງຕັ້ງໜ່ວຍປະຕິບັດງານຂອງລັດຖະບານກ່ຽວກັບການທູດວັກຊິນ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ເປັນຫົວໜ້າໜ່ວຍປະຕິບັດງານ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສ້າງຕັ້ງໜ່ວຍປະຕິບັດງານຂອງລັດຖະບານກ່ຽວກັບການທູດວັກຊິນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ
(ພາບປະກອບ: VGP)

ວັນທີ 13 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຫາກໍ່ເຊັ່ນຂໍ້ຕົກລົງສ້າງຕັ້ງໜ່ວຍປະຕິບັດງານຂອງລັດຖະບານກ່ຽວກັບການທູດວັກຊິນ. ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ເປັນຫົວໜ້າໜ່ວຍປະຕິບັດງານ. ໜ່ວຍປະຕິບັດງານມີໜ້າທີ່ສົ່ງເສີມ, ລະດົມການອຸປະຖຳວັກຊິນ, ຢາປິ່ນປົວ, ເຄື່ອງອຸປະກອນການແພດ ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ການນຳເຂົ້າ, ຖ່າຍທອດເຕັກໂນໂລຊີຜະລິດວັກຊິນ, ຢາປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຈາກບັນດາຄູ່ຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍ; ລາຍງານຕໍ່ນາຍົກລັດຖະມົນຕີຊີ້ນຳບັນດາມາດຕະການຕ້ອງຜັນຂະຫຍາຍຢ່າງທັນການ…

ຕອບກັບ

ຂ່າວ/ບົດ​ອື່ນ