ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບທ່ານນາງ Helga Margarete ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ເຢ​ຍ​ລະ​ມັນ

(VOVWORLD) -  ວັນທີ 27 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Helga Margarete ເອກອັກຄະລັດຖະທູດ ເຢຍລະມັນ ເນື່ອງໃນໂອກາດ ເລີ່ມຕົ້ນການມາປະຕິບັດວຽກງານທາງການທູດຢູ່ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບທ່ານນາງ Helga Margarete ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ເຢ​ຍ​ລະ​ມັນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານນາງ Helga Margarete ເອກອັກຄະລັດຖະທູດ ເຢຍລະມັນ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມພາກພູມໃຈເມື່ອເຫັນວ່າ ພາຍລັງ ເກືອບ 50 ປີ, ການພົວພັນ ຫວຽດນາມ - ເຢຍລະມັນສືບຕໍ່ມີການພັດທະນາຢ່າງດີງາມ. ປັດຈຸບັນ, ເຢຍລະມັນ ແມ່ນຄູ່ຮ່ວມມືທາງດ້ານການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ໃນສະຫະພາບ ເອີລົບ (EU) ດ້ວຍວົງເງິນການຄ້າໃນປີ 2023 ບັນລຸກ່ວາ 11 ຕື້ USD. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງ ເລື່ອງອຳນາດການປົກຄອງເຢຍລະມັນ ສ້າງເງື່ອນໄຂໃຫ້ປະຊາຄົມຊາວຫວຽດນາມ ດຳລົງຊີວິດ ແລະ ເຮັດວຽກທີ່ເປັນປົກກະຕິຢູ່ເຢຍລະມັນ. ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ສອງຝ່າຍຍາດແຍ່ງບັນດາກາລະໂອກາດ ຂອງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA), ທ່ານສະເໜີສະພາແຫ່ງຊາດ ເຢຍລະມັນຮັບຮອງເອົາສັນຍາອາລັກຂາການລົງທຶນ(EVIPA) ໂດຍໄວ, ຊຸກຍູ້ຄະນະກຳມະການເອີລົບແກ້ໄຂບັນຫາບັດເຫຼຶືອງ IUU ສຳລັບສິນໃນນຳ ຫວຽດນາມໂດຍໄວ, ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນກັນຢູ່ເວທີປາໄສສາກົນ ແລະ ພາກພື້ນ.

ສ່ວນທ່ານນາງ Helga Margarete ເອກອັກຄະລັດຖະທູດ ເຢຍລະມັນ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງເຢຍລະມັນຢູ່ພາກພື້ນ ແລະ ໃຫ້ຄຳໝັ້ນສັນຍາ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນສອງປະເທດ. ທ່ານນາງ Helga Margarete ກໍ່ແບ່ງປັນບັນດາຄວາມເສຍຫາຍກ່ຽວກັບຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ ຫວຽດນາມ ພາຍຫຼັງພາຍຸ Yagi ແລະ ໃຫ້ຮູ້ວ່າ ຈະສືບຕໍ່ໜູນຊ່ວຍຫວຽດນາມ ຜ່ານບັນດາກົນໄກຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ