ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພົບປະກັບລັດຖະມົນຕີ ການຕ່າງປະເທດອາເມລິກາ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
ພົບປະກັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ
(ພາບ: sggp.org.vn)
(vovworld) - ຢູ່ນິວຢອກ ແຫ່ງປະເທດອາເມລິກາ, ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ແລກປ່ຽນບັນດາມາດຕະການເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຢືນຢັນວ່າ ທ່ານປະທານາທິບໍດີອາເມລິກາ ເອົາໃຈໃສ່ເປັນພິເສດເຖິງບັນດາການພັດທະນາໃນການພົວພັນລະຫວ່າງຫວຽດນາມ - ອາເມລິກາ, ພ້ອມທັງສະແດງຄວາມຂອບໃຈຫວຽດນາມ ທີ່ໄດ້ໃຫ້ຄຳໝັ້ນສັນຍາຢ່າງແຮງ ແລະ ມານະພະຍາຍາມໃນວິວັດການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຝີກ (TPP) ຢ່າງຕັ້ງໜ້າ, ພິເສດທີ່ຮອບເຈລະຈາໃນໄລຍະມໍ່ໆມານີ້ຢູ່ປະເທດບຣຸໄນ, ຫວັງວ່າສັນຍາດັ່ງກ່າວຈະໄດ້ຮັບການລົງນາມໂດຍໄວ. ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສະເໜີໃຫ້ຝ່າຍອາເມລິກາ ຫຼຸດຜ່ອນຮົ້ວກີດຂວາງໃນການພົວພັນການຄ້າລະຫວ່າງ 2 ປະເທດ, ຮັບຮູ້ຫວຽດນາມ ມີພື້ນຖານເສດຖະກິດການຕະຫຼສດໂດຍໄວ. ກ່ຽວກັບບັນດາສິດທິມະນຸດ, ທ່ານນາຍົກລັດຖະມົນຕີຖືວ່າ ໃນໄລຍະຜ່ານມາ, ຫວຽດນາມ ໄດ້ມີກົນໄກເຈລະຈາ ແລະ ແກ້ໄຂບົນພື້ນຖານຮ່ວມມື, ກໍ່ສ້າງ ແລະ ເຂົ້າໃຈຊຶ່ງກັນ ແລະ ກັນ, ບໍ່ປະໃຫ້ບັນຫານີ້ກາຍເປັນຮົ້ວກີດຂວາງແກ່ການພົວພັນລະຫວ່າງ 2 ປະເທດ.