ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

(VOVWORLD) -ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະແລກປ່ຽນກັບບັນດາການນຳ ຍີ່ປຸ່ນ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນບາງຂົງເຂດຈຸດສຸມ, ໂດຍສະເພາະແມ່ນການຮ່ວມມືທາງດ້ານເສດຖະກິດ, ສາທາລະນະສຸກ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ - ảnh 1(ທ່ານນາຍົກລັດຖະມົນຕີ  ຟ້າມມິນຈິງ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ)

ຕອນບ່າຍວັນທີ 22 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ອອກຈາກນະຄອນຫຼວງ ຮ່າໂນ້ຍ, ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໃນລະຫວ່າງວັນທີ 22 – 25 ພະຈິກ 2021. ນີ້ແມ່ນການເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພາຍຫຼັງຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ ແລະ ແມ່ນແຂກຖືກເຊີນສາກົນທຳອິດຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio.

        ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະແລກປ່ຽນກັບບັນດາການນຳ ຍີ່ປຸ່ນ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນບາງຂົງເຂດຈຸດສຸມ, ໂດຍສະເພາະແມ່ນການຮ່ວມມືທາງດ້ານເສດຖະກິດ, ສາທາລະນະສຸກ, ວັກຊິນ ແລະ ຢາປິ່ນປົ່ວໂຄວິດ-19; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຮ່ວມມືຢູ່ເວທີປາໄສຫຼາຍຝ່າຍກ່ຽວກັບບັນຫາສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ