ທ່ານ​ປ​ະ​ທານ​ປ​ະ​ເທດຫວ​ຽດ​ນາມຮຽກ​ຮ້ອງ​ໃຫ້ APEC ລົງ​ທຶນ​ການພັດ​ທະ​ນາ​ຂຽວ​ຢ່​ູ ຫວຽດ​ນາມ

(VOVWORLD) -ເພື່ອປະຕິບັດບັນດາເປົ້າໝາຍການເຕີບໂຕ, ພັດທະນາຂຽວ, ຍືນຍົງ, ທ່ານປະທານປະເທດ ຫວຽດນາມຫງວຽນຊວັນຟຸກໄດ້ເນັ້ນໜັກເຖິງພາລະບົດບາດຂອງວິສາຫະກິດ.
ທ່ານ​ປ​ະ​ທານ​ປ​ະ​ເທດຫວ​ຽດ​ນາມຮຽກ​ຮ້ອງ​ໃຫ້ APEC ລົງ​ທຶນ​ການພັດ​ທະ​ນາ​ຂຽວ​ຢ່​ູ ຫວຽດ​ນາມ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: baoquocte.vn)

ໂດຍໄດ້ຮັບຄຳເຊີນຂອງທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern, ຕອນເຊົ້າວັນທີ 11 ພະຈິກ, ທ່ານປະທານປະເທດຫວຽດນາມຫງວຽນຊວັນຟຸກໄດ້ເລີ່ມຕົ້ນເຂົ້າຮ່ວມກອງປະຊຸມສຸດຍອດ APEC ຄັ້ງທີ 28 ໃນລະຫວ່າງວັນທີ 11 ຫາ 12 ພະຈິກແບບທາງໄກ. ໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ກໍໄດ້ສົ່ງສານທີ່ໄດ້ອັດພາບໄວ້ກ່ອນນີ້ໄປຍັງກອງປະຊຸມສຸດຍອດວິສາຫະກິດ APEC.

ເພື່ອປະຕິບັດບັນດາເປົ້າໝາຍການເຕີບໂຕ, ພັດທະນາຂຽວ, ຍືນຍົງ, ທ່ານປະທານປະເທດ ຫວຽດນາມຫງວຽນຊວັນຟຸກໄດ້ເນັ້ນໜັກເຖິງພາລະບົດບາດຂອງວິສາຫະກິດ. ໃນນັ້ນ, ທ່າອຽງພັດທະນາກັບການປ່ອຍອາຍກາກບອນໃນລະດັບຕ່ຳ, ການເຕີບໂຕຂຽວກໍ່ແມ່ນໂອກາດເພື່ອປ່ຽນແປງ, ຍົກສູງກຳລັງແກ່ງແຍ້ງ, ພັດທະນາແບບຍືນຍົງຂອງວິສາຫະກິດ.

ຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະມີການກະທຳຢ່າງຂ້ຽວຂາດເພື່ອຫັນປ່ຽນຮູບແບບເສດຖະກິດເປັນການເຕີບໂຕຂຽວແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຮອບດ້ານ. ໃນນັ້ນ, ຖືເອົາມະນຸດເປັນໃຈກາງໃນການພັດທະນາຂຽວໂດຍອີງຕາມລະບອບລະບຽບການແລະການບໍລິຫານທີ່ທັນສະໄໝ, ວິທະຍາສາດແລະເຕັກໂນໂລຊີກ້າວໜ້າ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງແລະປາດຖະໜາຢາກຮ່ວມມືກັບສະມາຊິກຂອງ APEC, ວິສາຫະກິດແລະຄູ່ຮ່ວມມືສາກົນເພື່ອປະຕິບັດວິວັດການນີ້ໃຫ້ປະສົບຜົນສຳເລັດ.

ໄປຄຽງູ່ກັການສືບຕໍ່ປັຸງພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ວຽດນາມກໍ່ໄດ້ສ້າງກົນໄກບຸລິມສິດ ແກ່ບັນດາວິສາຫະກິດຍາດແຍ່ງໂອກາດເຂົ້າຮ່ວມການໜອງຜະລິດຕະພັນ, ບໍລິການຂຽວ; ້າງລະບອບລະບຽບານ, ນະໂຍບາຍກ່ຽວກັບກາພັດທະນາເສຖະກິດຂຽວໃຫ້ສົມບູນແບບ; ປ່ຽນແປງໃໝ່ະດິດຄິດສ້າງເຂດອຸສາຫະກຳຊີວະ. ບັດານໂຍບາຍນີ້ພ້ອມກັບະຫຼາດທີ່ມີຊາກອນ 100ລ້ານຄົນແລະເຄືອຂ່າຍ    ວ້າງຂວາງຂອງສັນຍາການຄ້າເສລີ 14ສະບັບທີ່ ຫວຽດນາມ ໄດເຂົ້າຮ່ແມ່ນກາລະໂອກາດເງື່ອນໄຂສະດວກໃຫ້ແກ່ນັກລົງທຶນສາກົນເຂົ້າມາລົງທຶຢູ່ ຫວຽດນາມ, ເພື່ອຮ່ວມມືນກັນ, ແບ່ງປັນຜົນໂຫດແລ ພັດນາແບບຍືນຍົງ. ຜົນເລັດຂອງພວກເພື່ອນກໍແມ່ນຜົນສຳເລັດຂອພວກພະເຈົ້າ.

ຕາມລາຍການໃນຕອນແລ່ງວັນທີ 11 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຈະເຂົ້າຮ່ວມການໂອ້ລົມສົນທະນາລະຫວ່າງການນຳບັນດາພື້ນຖານເສດຖະກິດ APEC ກັບ ສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC. ວັນທີ 12 ພະຈິກ, ທ່ານປະທານປະເທດ ຫວຽດນາມຈະເຂົ້າຮ່ວມກອງປະຊຸມບັນດາການນຳເສດຖະກິດອາຊີ - ປາຊິຟິກຄັ້ງທີ 28.

ຕອບກັບ

ຂ່າວ/ບົດ​ອື່ນ