ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມລົງກວດກາການເຄື່ອນໄຫວຜະລິດດຳເນີນທຸລະກິດຢູ່ນະຄອນ ທູດຶກ, ນະຄອນ ໂຮ່ຈີມິນ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນໜັກເຖິງເປົ້າໝາຍຂອງລັດຖະບານ ກໍຄືບັນດາວິສາຫະກິດຕ້ອງຊຸກຍູ້ການຜະລິດໃຫ້ປອດໄພ
ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມລົງກວດກາການເຄື່ອນໄຫວຜະລິດດຳເນີນທຸລະກິດຢູ່ນະຄອນ ທູດຶກ, ນະຄອນ ໂຮ່ຈີມິນ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ລົງກວດກາສະພາບການຜະລິດດຳເນີນທຸລະກິດຢູ່ເຂດອຸດສາຫະກຳ ລິງຈູງ 1
(ພາບ: TTXVN)

ຕອນເຊົ້າວັນທີ 01 ຕຸລາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ໄດ້ລົງກວດກາສະພາບການຜະລິດດຳເນີນທຸລະກິດຢູ່ເຂດອຸດສາຫະກຳ ລິງຈູງ 1, ນະຄອນ ທູດຶກ (ຂຶ້ນກັບນະຄອນໂຮ່ຈີມິນ) ໃນມື້ທຳອິດທີ່ປະຕິບັດການຜ່ອນຜັນການແຍກຫ່າງສັງຄົມ ແລະ ເຮັດວຽກກັບຄະນະພັກນະຄອນ ທູດຶກ.

        ຢູ່ເຂດອຸດສາຫະກຳ ລິງຈູງ 1, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນໜັກເຖິງເປົ້າໝາຍຂອງລັດຖະບານ ກໍຄືບັນດາວິສາຫະກິດຕ້ອງຊຸກຍູ້ການຜະລິດໃຫ້ປອດໄພ; ກຳມະກອນປາດຖະໜາຢາກໄປເຮັດວຽກເພື່ອມີລາຍຮັບ ແລະ ການອອກແຮງງານຈຶ່ງສ້າງໃຫ້ເຂົາເຈົ້າມີຈິດໃຈສະຫວາດສະເຫວີຍ ແລະ ຍ້ອນເຫດນັ້ນ ລັດຖະບານໄດ້ມອບສິດເປັນເຈົ້າການຮັບປະກັນຄວາມປອດໄພໃຫ້ບັນດາວິສາຫະກິດ.

        ເມື່ອເຮັດວຽກກັບຄະນະພັກນະຄອນ ທູດຶກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເຕືອນວ່າ, ອຳນາດການປົກຄອງຄວນສືບຕໍ່ຂົນຂວາຍປະຊາຊົນປະຕິບັດຕາມ 5 ຂໍ້, ບໍ່ໃຫ້ເຄື່ອນຍ້າຍຈາກນະຄອນໄປຫາແຂວງຕ່າງໆຢ່າງເສລີ. ນອກນັ້ນ, ຄວນເພີ່ມທະວີການຕິດຕາມການແພດຊຸມຊົນ, ກະກຽມຢຸກຢາ, ກຳແໜ້ນໄດ້ສະພາບຂອງແຕ່ລະຄອບຄົວ; ສ້າງກົນໄກສົມທົບກັບບັນດາກຳລັງຄືການແພດເອກະຊົນ ເພື່ອໃຫ້ປະຊາຊົນໄດ້ສຳຜັດດ້ານສາທາລະນະສຸກໄວ ແລະ ມີປະສິດທິຜົນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ