ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງແລະປະທານາທິບໍດີມຽນມາHtinKyawເຫັນດີສ້າງການພົວພັນຄູ່ຮ່ວມມືຮອບດ້ານ

(VOVWORLD) -ຕອນບ່າຍວັນທີ 24 ສິງຫາ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ດຳເນີນຢູ່ ທຳນຽບປະທານາທິບໍດີ ທີ່ນະຄອນຫລວງ Naypyidaw ຂອງມຽນມາ ຕາມພິທີການສູງສຸດສະຫງວນໃຫ້ແກ່ປະມຸກລັດ.
ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງແລະປະທານາທິບໍດີມຽນມາHtinKyawເຫັນດີສ້າງການພົວພັນຄູ່ຮ່ວມມືຮອບດ້ານ - ảnh 1ການຕ້ອນຮັບທ່ານເລຂາທິການໃຫຍ່ຢູ່ສະໜາມບິນ 

ຫລັງຈາກນັ້ນສອງຝ່າຍໄດ້ດຳເນີນການເຈລະຈາ. ສິ້ນສຸດການເຈລະຈາ, ທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານປະທານາທິບໍດີ ມຽນມາ Htin Kyaw ເປັນປະທານການປະຊຸມຂ່າວ, ແຈ້ງໝາກຜົນການເຮັດວຽກລະຫວ່າງສອງຝ່າຍ. ການນຳສອງທ່ານໄດ້ເຫັນດີສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ມຽນມາ, ເປັນເອກະພາບບັນດາການກຳນົດທິດ, ມາດຕະການຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ, ຊຸກຍູ້ສອງປະເທດເປີດກວ້າງການຮ່ວມມື. ສອງຝ່າຍກໍ່ແບ່ງປັນຫລາຍຂໍ້ມູນຂ່າວ, ທັດສະນະກ່ຽວກັບບັນດາບັນຫາຂອງ ອາຊຽນ ຂອງພາກພື້ນແລະສາກົນ, ເຫັນດີສືບຕໍ່ເສີມຂະຫຍາຍບົດບາດສົມທົບ, ຮ່ວມມືຢ່າງແຫນ້ນແຟ້ນກັບບັນດາສະມາຊິກ ອາຊຽນ ອື່ນ ໃນການຮັກສາຄວາມສາມັກຄີ, ເພີ່ມທະວີການຮ່ວມມືພາຍໃນກຸ່ມ, ເສີມຂະຫຍາຍບົດບາດໃຈກາງ ແລະ ນຳພາຂອງອາຊຽນໃນໂຄງປະກອບພາກພື້ນ ແລະ ສາກົນ. ທ່ານ ທ່ານປະທານາທິບໍດີ ມຽນມາ Htin Kyaw ເນັ້ນຫນັກວ່າ: ການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຖິງມຽນມາ ຄັ້ງນີ້ ເປີດຫນ້າປະຫວັດສາດໃຫມ່ ໃນການພົວພັນຮ່ວມມືລະຫວ່າງສອງປະເທດ ແລະ ຢືນຢັນ: “ຍາມໃດມຽນມາກໍ່ຖືການພົວພັນຮ່ວມມືກັບບັນດາປະເທດ ອາຊຽນເປັນສຳຄັນ, ໃນນັ້ນ ມີຫວຽດນາມ ແລະ ມຽນມາ ຈະສົມທົບກັບບັນດາປະເທດສະມາຊິກອື່ນໃນ ອາຊຽນ ເພື່ອເພີ່ມທະວີການພົວພັນໃກ້ຊິດສະຫນິດສະຫນົມນີ້”. ເນື່ອງໃນໂອກາດນີ້ ການນຳທັງສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 4 ສະບັບ ລະຫວ່າງຫວຽດນາມ ແລະ ມຽນມາໃນຂົງເຂດ: ການຄ້າ, ວັດທະນະທຳ, ພາສີ, ການສຶກສາ. 

ຕອບກັບ

ຂ່າວ/ບົດ​ອື່ນ