ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມການໂອ້ລົມສົນທະນາກັບບັນດາວິສາຫະກິດແຖວໜ້າ ອາເມລິກາ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ, ລັດຖະບານ ອາເມລິກາ ຈະຊຸກຍູ້, ສົ່ງເສີມວິສາຫະກິດ ອາເມລິກາ ເພີ່ມທະວີການລົງທຶນຢູ່ ຫວຽດນາມ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມການໂອ້ລົມສົນທະນາກັບບັນດາວິສາຫະກິດແຖວໜ້າ ອາເມລິກາ - ảnh 1ທີ່ການໂອ້ລົມສົນທະນາ
(ພາບ: TTXVN)

        ຕອນບ່າຍວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ໂດຍສະພາວິສາຫະກິດ ອາເມລິກາ - ອາຊຽນ (USABC), ຫ້ອງການການຄ້າ ອາເມລິກາ (USCC) ແລະ ສະພາວິສາຫະກິດເພື່ອຄວາມເຂົ້າໃຈລວມ (BCIU) ສົມທົບກັບກະຊວງແຜນການ ແລະ ການລົງທຶນ ແລະ ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຈັດຂຶ້ນ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ, ລັດຖະບານ ອາເມລິກາ ຈະຊຸກຍູ້, ສົ່ງເສີມວິສາຫະກິດ ອາເມລິກາ ເພີ່ມທະວີການລົງທຶນຢູ່ ຫວຽດນາມ; ທ່ານຫວັງວ່າ, ບັນດານັກລົງທຶນ ອາເມລິກາ ຈະຄົ້ນຄວ້າ, ເປີດກວ້າງການລົງທຶນເຂົ້າບັນດາຂະແໜງ, ຂົງເຂດ, ຄື: ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຄົ້ນຄວ້າ ແລະ ພັດທະນາ; ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ການພັດທະນາຂະແໜງອຸດສາຫະກຳຊິບ, ປັນຍາປະດິດ (AI), ພະລັງງານທົດແທນ, ການເງິນ, ສາທາລະນະສຸກ… ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ, ບັນດານັກລົງທຶນ ອາເມລິກາ ຈະສືບຕໍ່ສະໜັບສະໜູນເພື່ອໃຫ້ລັດຖະບານ ອາເມລິກາ ຮັບຮອງເອົາ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດ, ຜ່ານນັ້ນ ກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ 2 ປະເທດຮ່ວມມືລົງທຶນ, ດຳເນີນທຸລະກິດ.

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຈຳນວນໜຶ່ງລະຫວ່າງວິສາຫະກິດ ຫວຽດນາມ ແລະ ອາເມລິກາ ໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ