ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ - ສະ​ມາ​ຊິກ​ພັກ​ທີ່​ມີ​ຄວາມ​ສາ​ມາດ​ຮອບ​ດ້ານ​ໃນ​ສາຍ​ຕາ​ບັນ​ດາ​ສະ​ມາ​ຊິກ​ພັກ​ຄອມ​ມູ​ນິດ ຢູ່ ອາກ​ແ​ຊນ​ຕິນ ແລະ ຝ​ລັ່ງ

(VOVWORLD) - ນັກຮົບກອມມູນິດທີ່ຈົງຮັກພັກດີ, ສະມາຊິກທີ່ມີຄວາມສາມາດຮອບດ້ານຢ່າງແທ້ຈິງ, ນັກທິດສະດີທີ່ເລິກເຊິ່ງ. ນັ້ນແມ່ນຄຳແບ່ງປັນຂອງທ່ານເລຂາທິການໃຫຍ່ ພັກກອມມູນິດ ອາກແຊນຕິນ, Jorge Kreyness, ກ່ຽວກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຜູ້ສືບທອດ ແລະ ເສີມຂະຫຍາຍບັນດາມໍລະດົກປະຕິວັດຂອງທ່ານປະທານ ໂຮ່ຈີມິນ ແລະ ທ່ານພົນເອກ ຫວໍງວຽນຢາບ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ - ສະ​ມາ​ຊິກ​ພັກ​ທີ່​ມີ​ຄວາມ​ສາ​ມາດ​ຮອບ​ດ້ານ​ໃນ​ສາຍ​ຕາ​ບັນ​ດາ​ສະ​ມາ​ຊິກ​ພັກ​ຄອມ​ມູ​ນິດ ຢູ່ ອາກ​ແ​ຊນ​ຕິນ ແລະ ຝ​ລັ່ງ - ảnh 1ທ່ານເລຂາທິການໃຫຍ່ ພັກກອມມູນິດ ອາກແຊນຕິນ, Jorge Kreyness ໃຫ້ສຳພາດ (ພາບ: TTXVN)

 ທ່ານ Kreyness ເນັ້ນໜັກວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ກຳນົດຜົນສຳເລັດນະໂຍບາຍພົວພັນຕ່າງປະເທດທີ່ຂະຫຍັນຂັນເຄື່ອນ ແລະ ເອກະລາດຂອງ ຫວຽດນາມ, ນຳ ຫວຽດນາມ ກາຍເປັນປະເທດສຳຄັນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນເວທີສາກົນ.

        ທ່ານເລຂາແຫ່ງຊາດພັກກອມມູນິດ ຝລັ່ງ (PCF) Fabien Roussenl, ເນັ້ນໜັກວ່າ: “ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນຜູ້ຮັກສາມູນເຊື້ອຄຸນສົມບັດ ປະສົມປະສານກັບຄວາມກວ້າໜ້າໃນເສັ້ນທາງກ້າວຂຶ້ນສັງຄົມນິຍົມ ດ້ວຍສະພາບການທີ່ເປັນເອກະລາດຂອງ ຫວຽດນາມ ຢ່າງລະມັດລະວັງ. ໃນຂົງເຂດເສດຖະກິດ, ທ່ານໄດ້ຮັກສາ ແລະ ຍູ້ແຮງການພັດທະນາຂອງ ຫວຽດນາມ, ໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ເມື່ອທ່ານຊີ້ນຳນຳພາບັ້ນຕໍ່ສູ້ຕ້ານການສໍ້ລາດບັງຫຼວງແບບບໍ່ຮູ້ອິດບໍ່ຮູ້ເມື່ອຍ.


ຕອບກັບ

ຂ່າວ/ບົດ​ອື່ນ