ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທ໋າຍບິງ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທ໋າຍບິງ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ແຂວງ ທ໋າຍບິງ)

(vovworld) - ​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ທົ່ງພຽງ​ແມ່ນ້ຳ​ແດງ, ວັນ​ທີ 21/1, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ຄອມ​ມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ແຂວງ ທ໋າຍບິງ ກ່ຽວກັບ​ຜົນງານ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ,​ ສະພາບ​​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ກໍ່ສ້າງ​ພັກ. ກ່າວ​ຄຳ​​ເຫັນ​ທີ່​ການ​ເຮັດ​ວຽກກັບ​ຄະນະ​ປະຈຳ​ພັກແຂວງ ​ແລະ ພະນັກງານຫຼັກ​ແຫຼ່ງຂອງແຂວງ ທ໋າຍບິງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູ໋ຈ້ອງ ສະ​ເໜີ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖີງ, ແຂວງ ທ໋າຍບິງ ສືບ​ຕໍ່​ມານະ​ພະຍາຍາມ​ສຳ​ເລັດ​ບັນດາ​ເນື້​ອ​ໃນ​​ເຊິ່ງ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 18 ຂອງ​ຄະນະ​ພັກ​ແຂວງ​ໄດ້​ວາງ​ອອກ​. ແຂວງ ທ໋າຍບິງ ຄວນ​ໄຈ້​ແຍກ​ບັນດາ​ທ່າ​ແຮງ, ຄວາມ​ສາມາດ​ບົມຊ້ອນ, ຄວາມ​ຫຍູ້​ງຍາກ, ຄວາມ​ສະດວກ​ທີ່​ເໝາະສົມກັບ​ເງື່ອນ​ໄຂ​ຂອງແຂວງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູ໋ຈ້ອງ ​ເນັ້ນໜັກວ່າ:

   “ບັນຫາ​ທີ່​ວາງ​ອອກ​ແມ່ນ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້ ທ໋າຍບິງ ພັດທະນາ​ແຮງ​ກວ່າ​ອີກ,​ ມີ​ບາດກ້າວ​ບຸກທະລຸ​ຢ່າງຈະ​ແຈ້ງກວ່າ​ອີກ. ທ໋າຍບິງ ຍັງ​ຄົງເປັນ​ແຂວງ​ກະສິກຳ ​ແຕ່​ຕ້ອງ​ເປັນ​ກະສິກຳ​ທີ່ມີ​ຄຸນ​ນະພາ​ບສູງ, ກະສິກຳ​ຜະລິດ​​ເປັນສິນຄ້າ, ກະສິກຳ​ຕິດ​ກັບ​ການ​ປຸງ​ແຕ່ງ ​ແລະ ຈຳໜ່າຍຜະລິດ​ຕະພັນ​ໃຫ້​ໄດ້. ທ່າ​ແຮງ​ຂອງ ແຂວງ ທ໋າຍບິງຍັງ​ຄົງແມ່ນກະສິກຳ​ ​ແລະ ​ເສດຖະກິດ​ທາງ​ທະ​ເລ.”

ຂ່າວ/ບົດ​ອື່ນ