ນະ​ຄອນ ໂຮ່​ຈີ​ມິນ​ໄຂ​ງານ​ບຸນ​ເສື້ອ​ຍາວ ຄັ້ງ​ທີ 8

(VOVWORLD) -ໃນພິທີໄຂ, ມວນຊົນຈະໄດ້ຮັບຊົມຊຸດເສື້ອຍາວເກືອບ 600 ຂຸດຂອງນັກອອກແບບຫຼາຍຄົນທີ່ມີຊື່ສຽງ ເຊິ່ງໄດ້ສະແດງຜ່ານ 4 ຫົວຂໍ້ຕົ້ນຕໍ: ກົກເຄົ້າເຫງົ້າກໍ່, ພັດທະນາ, ເຊື່ອມຕົວ ແລະ ນະຄອນຂ້ອຍຮັກ.
ນະ​ຄອນ ໂຮ່​ຈີ​ມິນ​ໄຂ​ງານ​ບຸນ​ເສື້ອ​ຍາວ ຄັ້ງ​ທີ 8 - ảnh 1ມວນຊົນຈະໄດ້ຮັບຊົມຊຸດເສື້ອຍາວເກືອບ 600 ຂຸດຂອງນັກອອກແບບຫຼາຍຄົນທີ່ມີຊື່ສຽງ  (ພາບ: VOV)

ຕອນຄ່ຳວັນທີ 5 ມີນາ, ຢູ່ຖະໜົນຍ່າງ ຫງວຽນເຫວ້, ພະແນກທ່ອງທ່ຽວ ແລະ ສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ໄດ້ໄຂງານບູນເສື້ອຍາວນະຄອນ ໂຮ່ຈີມິນ ຄັ້ງນີ 8 ເຊິ່ງເປັນການເປີດສາກໃຫ້ແກ່ບັນດາເຫດການວັດທະນະທຳຕິດພັນກັບຊຸດອາພອນປະຈຳຊາດ ທີ່ແກ່ຍາວແຕ່ນີ້ຮອດວັນທີ 15 ເມສາ ຈຶ່ງອັດລົງ.

ໃນພິທີໄຂ, ມວນຊົນຈະໄດ້ຮັບຊົມຊຸດເສື້ອຍາວເກືອບ 600 ຂຸດຂອງນັກອອກແບບຫຼາຍຄົນທີ່ມີຊື່ສຽງ ເຊິ່ງໄດ້ສະແດງຜ່ານ 4 ຫົວຂໍ້ຕົ້ນຕໍ: ກົກເຄົ້າເຫງົ້າກໍ່, ພັດທະນາ, ເຊື່ອມຕົວ ແລະ ນະຄອນຂ້ອຍຮັກ.

ດ້ວຍຫົວຂໍ້ “ຂ້ອນຮັກເສື້ອຍາວ ຫວຽດນາມ”, ງານບຸນເສື້ອຍາວ ນະຄອນ ໂຮ່ຈີມິນ ປີນີ້ ໄດ້ປະກອບສ່ວນຢັ້ງຢືນຄວາມຕັດສິນໃຈຂອງນະຄອນໃນການຟື້ນຟູ ແລະ ພັດທະນາພາຍຫຼັງໂລກລະບາດ, ແນະນຳເຖິງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນກ່ຽວກັບນະຄອນທີ່ຂະຫຍັນຂັນເຄື່ອນ ແລະ ທັນສະໄໝ, ສະຖານທີ່ທ່ອງທ່ຽວທີ່ດູດດື່ມ, ປອດໄພ, ມຸ່ງໄປເຖິງການສ້າງພາບພົດ “ຕົວເມືອງທ່ອງທ່ຽວທີ່ຂະຫຍັນຂັນເຄື່ອນແຖວໜ້າ ອາຊີ”.

ຕອນເຊົ້າວັນທີ 6 ມີນາ, ນະຄອນ ໂຮ່ຈີມິນ ຈັດພິທີເດີນຂະບວນສະແດງເສື້ອຍາວ ໂດຍມີການເຂົ້າຮ່ວມຂອງເກືອບ 2000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ