ນາຍົກລັດຖະມົນຕີຍີ່ປຸ່ນ ກຽມພ້ອມພົບປະເຈລະຈາ ກັບປະທານປະເທດຈີນ


ນາຍົກລັດຖະມົນຕີຍີ່ປຸ່ນ ກຽມພ້ອມພົບປະເຈລະຈາ ກັບປະທານປະເທດຈີນ - ảnh 1
ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe

(ພາບ : http://m.tinngan.vn)

(vovworld)- ວັນ​ທີ 14/7, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ໃຫ້​ຮູ້​ວ່າ:  ທ່ານ​ຫວັງ​ວ່າ​ໃນ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ​ຈີນ​ສື​ຈິດ​ຜິ​ງ ຢູ່​ນອກ​ກອງ​ປະຊຸມ​ຂັ້ນສູງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ-​ປາຊີ​ຟິກ (ອາ​ເປັ​ກ) ​ໃນ​ເດືອນ 11/2014 ຈະ​ມາ​ເຖິງ​ຢູ່​ປັກ​ກິ​ງ ​ເພື່ອ​ແນ​ໃສ່​ປັບປຸງ​ສາຍ​ພົວພັນ​ສອງ​ຝ່າຍ​ພວມ​ມີ​ຄວາມ​ເຄັ່ງ​ຕິງ.​ ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຂອງ​ກຳມາ​ທິການ​ງົບປະມານ​ສະພາ​ຕ່ຳ​ຍີ່ປຸ່ນ, ທ່ານ Shinzo Abe ສະ​ແດງ​ “ຄວາມ​ປາດ​ຖະໜາ​ຢາກ​ນຳ​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ກັບ​ຄືນ​ສູ່​ພື້ນຖານ​ຍຸດ​ທະ​ສາດ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ“. ນັບ​ແຕ່​ຮັບ​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີ​ເມື່ອ​ເ​ດືອນ 12/2012, ທ່ານ Shinzo Abe ຍັງ​ບໍ່​ທັນ​ມີ​ການ​ພົບ​ປະເຈລະຈາສອງ​ຝ່າຍ​ຢ່າງ​ເປັນທາງ​ການຄັ້ງ​ໃດ​ກັບ​ທ່ານປະທານ​ປະ​ເທດ​ຈີ​ນ ສື​ຈິນຜິ​ງ, ​ໃນ​ສະພາບ​ການ​ທີ່​ການ​ພົວພັນ​ສອງ​ປະ​ເທດ​ເຄັ່ງ​ຕຶງ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຂັດ​ແຍ້​ງ​ເຂດ​ນ້ຳ​ແດນ​ດິນ ​ແລະ ບັນຫາ​ປະຫວັດສາດ. ລັດຖະບານ​ຍິ່ປຸ່ນຖືກ​ອງປະຊຸມ​ອາ​ເປັ​ກທີ່​ຈະ​ມາ​ເຖິງຢູ່ປັກ​ກິ​ງ ​ແມ່ນ​ໂອກາດ​ໃຫ່ຍ​ເພື່ອ​ດຳ​ເນີນ​ການ​ພົບ​ປະ​ຂັ້ນສູງ​ລະຫວ່າງ​ສອງ​ຝ່າຍ./.

ຂ່າວ/ບົດ​ອື່ນ