ນາຍົກລັດຖະມົນຕີລາວ ມີຄວາມພາກພູມໃຈຕໍ່ການພັດທະນາຂອງການພົວພັນ ຫວຽດນາມ -ລາວ

(VOVWORLD) -ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ເນັ້ນໜັກເຖິງຄວາມເພິງພໍໃຈຕໍ່ໝາກຜົນແຫ່ງການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ - ສັງຄົມ

ນາຍົກລັດຖະມົນຕີລາວ ມີຄວາມພາກພູມໃຈຕໍ່ການພັດທະນາຂອງການພົວພັນ ຫວຽດນາມ -ລາວ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ເມື່ອຕອບສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ -ລາວ (5/9/1962 – 5/9/2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 – 18/7/2017), ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ເນັ້ນໜັກເຖິງຄວາມເພິງພໍໃຈຕໍ່ໝາກຜົນແຫ່ງການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ - ສັງຄົມ, ກໍ່ຄືການໜູນຊ່ວຍເຊິ່ງກັນ ແລະ ກັນໃນການພັດທະນາແຫຼ່ງຊັບພະຍາກອນມະນຸດລະຫວ່າງ 2 ປະເທດໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຢືນຢັນວ່າ: ການຊ່ວຍເຫຼືອກໍ່ຄືໝາກຜົນແຫ່ງການຮ່ວມມືດ້ານເສດຖະກິດ ແລະ ການລົງທຶນຂອງ ຫວຽດນາມ ແລະ ລາວໃນໄລຍະຜ່ານມາ ແມ່ນຜົນງານແຫ່ງການເສີມຂະຫຍາຍນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ດ້ວຍຜົນງານແຫ່ງການຮ່ວມມືດັ່ງກ່າວ, ໃນໄລຍະຜ່ານມາ, ເສດຖະກິດ 2 ປະເທດນັບມື້ນັບໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງ, ບົດບາດ ແລະ ທີ່ຕັ້ງຂອງ 2 ປະເທດບົນເວທີສາກົນນັບມື້ນັບໄດ້ຮັບການປັບປຸງໃຫ້ດີຍິ່ງໆຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ