ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ວ່າການແຂວງ ການາກາວາ ປະເທດຍີປຸ່ນ

(VOVWORLD) -ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄດ້ຕີລາຄາສູງການມາຢ້ຽມຢາມຫວຽດນາມຂອງບັນດາການນຳທ້ອງຖິ່ນຕ່າງໆຂອງຍີປຸ່ນ
ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ວ່າການແຂວງ ການາກາວາ ປະເທດຍີປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບທ່ານ  Kuroiwa Yuji ຜູ້ວ່າການແຂວງ ການາກາວາ ປະເທດຍີປຸນ

ວັນທີ 14/7, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ  Kuroiwa Yuji ຜູ້ວ່າການແຂວງ ການາກາວາ ປະເທດຍີປຸນ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄດ້ຕີລາຄາສູງການມາຢ້ຽມຢາມຫວຽດນາມຂອງບັນດາການນຳທ້ອງຖິ່ນຕ່າງໆຂອງຍີປຸ່ນ ເພື່ອສົ່ງເສີມ, ຊອກຮູ້ໂອກາດຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ, ໃນນັ້ນມີ ແຂວງການາກາວາ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສະເໜີແຂວງ ການາກາວາ ຊຶ່ງແມ່ນທ້ອງຖິ່ນມີຊາວຫວຽດນາມ 14.000 ຄົນພວມອາໄສຢູ່ນັ້ນ, ຈົ່ງຮ່ວມມືຢ່າງແຂງແຮງກັບຫວຽດນາມໃນຂົງເຂດແຮງງານ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສະເໜີແຂວງ ການາກາວາຊຸກຍູ້ການຮ່ວມມືເພື່ອເປັນແບບຢ່າງໃຫ້ແກ່ທ້ອງຖິ່ນອື່ນໆໃນການຮ່ວມມືທ່ອງທ່ຽວ.

   ສ່ວນຜູ້ວ່າການແຂວງ ການາກາວາ ໄດ້ແຈ້ງບັນດາໝາກຜົນທີ່ສຳຄັນຂອງຄະນະໃນການຢ້ຽມຢາມຫວຽດນາມຄັ້ງນີ້, ພິເສດແຂວງ ການາກາວາໄດ້ເຊັນບົດບັນທຶກຊ່ວຍຈຳຮ່ວມມືກັບມະຫາວິທະຍາໄລແພດສາດຮ່າໂນ້ຍ, ເປັນຕົ້ນແມ່ນໃນຂົງເຂດໂພສະນາການ.

ຕອບກັບ

ຂ່າວ/ບົດ​ອື່ນ