ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ຕ້ອນຮັບ ປະທານທະນາຄານ BTMU ຂອງຍີປຸ່ນ

ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ຕ້ອນຮັບ ປະທານທະນາຄານ BTMU ຂອງຍີປຸ່ນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽມ​ດ​ນາມ ຫງວຽນ​ເຕີ້ນ​ຢຸງ ແລະ
ທ່ານ NoBuyuki Hirano  ປະ​ທານ​ທະ​ນາ​ຄານ BTMU

(vovworld)- ທີ່​ການ​ຕ້ອ​ນ​ຮັບ​ທ່ານ NoBuyuki Hirano  ປະ​ທານ​ທະ​ນາ​ຄານ Tokyo Mitsubishi  UFJ(BTMU), ຕອນ​ບ່າຍ​ວັນ​ທີ 10/4, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽມ​ດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ຢືນ​ຢັນ​ຄຳ​ໝັ້ນສັນ​ຍາ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ຈະ​ສືບ​ຕໍ່​ສ້າງ​ນະ​ໂຍ​ບາຍ​ທີ່ສະ​ດວກ, ສົ່ງ​ເສີ​ມ​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ​ຍີ​ປຸ່ນ ເຂົ້າ​ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດຍາວ​ນານ​ຢູ່​ຫວຽດ​ນາມ​ໃນ​ນັ້ນ ມີ​ທະ​ນາ​ຄານ Tokyo Mitsubishi  UFJ (BTMU) ຊຶ່ງ​ແມ່ນ​ທະ​ນາ​ຄານ​ໃຫຍ່ກວ່າ​ໝູ​່​ຂອງ​ຍີ​ປຸ່ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽມ​ດ​ນາມ ຫງວຽນ​ເຕີ້ນ​ຢຸງ ຕີ​ລາ​ຄາ​ສູງ ການ​ທີ່​ທະ​ນາ​ຄານ Tokyo Mitsubishi  UFJ (BTMU) ອຸ​ປະ​ຖ​ຳ​ເງິນ​ນັບ ຕື້ USD ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຍີ​ປຸ່ນ​ລົງ​ທຶນ​ເຂົ້າ​ບັນ​ດາ​ໂຄງ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ ແລະ ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ພະ​ລັງ​ງານ ແລະ ຄົມ​ມະ​ນາ​ຄົມ​ຢູ່ຫວຽດ​ນາມ. 

ຂ່າວ/ບົດ​ອື່ນ