(VOVWORLD) - ທີ່ການພົບປະແລກປ່ຽນ, ບັນດານັກສຶກສາມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ສະແດງຄວາມສົນໃຈເຖິງນະໂຍບາຍກ່ຽວກັບການສຶກສາ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຂອງສິງກະໂປ; ການພົວພັນຮ່ວມມືເສດຖະກິດດີຈີຕອນ - ເສດຖະກິດສີຂຽວລະຫວ່າງສອງປະເທດ...
ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ສິງກະໂປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ
(ພາບ: VOV)
|
ຕອນເຊົ້າວັນທີ 29 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ, ພ້ອມກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ແລະ ພັນລະຍາ ຢ້ຽມຢາມ ໄດ້ລົງມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ໄດ້ພົບປະແລກປ່ຽນກັບນັກສຶກສາ, ເນື່ອງໃນໂອກາດການມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ສິງກະໂປ ແຕ່ວັນທີ 27 – 29 ສິງຫາ.
ທີ່ການພົບປະແລກປ່ຽນ, ບັນດານັກສຶກສາມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ສະແດງຄວາມສົນໃຈເຖິງນະໂຍບາຍກ່ຽວກັບການສຶກສາ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຂອງສິງກະໂປ; ການພົວພັນຮ່ວມມືເສດຖະກິດດີຈີຕອນ - ເສດຖະກິດສີຂຽວລະຫວ່າງສອງປະເທດ; ບັນດາປະສົບການ, ບົດຮຽນອັນລ້ຳຄ່າໃນເສັ້ນທາງແຫ່ງການຮ່ຳຮຽນ, ຝືກຝົນຫຼໍ່ຫຼອມເພື່ອບັນລຸຜົນສຳເລັດຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ; ນະໂຍບາຍຊຸກຍູ້ການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ ສິງກະໂປ ກັບ ຫວຽດນາມ, ພິເສດໃນບາງຂົງເຂດຄົ້ນຄ້ວາ, ນະວັດຕະກຳ, ປັນຍາປະດິດ, ຄວາມຄາດຫວັງຂອງບັນດາການນຳສຳລັບລຸ້ນໜຸ່ມ… ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໄດ້ແບ່ງປັນ, ຕອບບັນດາຄຳຖາມຂອງບັນດານັກສຶກສາ.
ເນື່ອງໃນໂອກາດນີ້, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ມະຫາວິທະຍາໄລແຫ່ງຊາດ ໂຮ່ຈີມິນ ພ້ອມກັບມະຫາວິທະຍາໄລ ເຕັກໂນໂລຊີ Nanyang (NTU - ສິງກະໂປ), ລົງນາມຂໍ້ຕົກລົງຮ່ວມມືລະຫວ່າງບັນດາມະຫາວິທະຍາໄລໃນຂົງເຂດແລກປ່ຽນພະນັກງານ, ຄູອາຈານ, ນັກສຶກສາ ແລະ ຄົ້ນຄ້ວາ ວິທະຍາສາດ.