ບັນດາກະຊວງ,ຂະແຫນງການສະເຫນີນະໂຍບາຍຫນູນຊ່ວຍຊາວປະມົງ,ມາດຕະການແກ້ໄຊມົນລະພິດສິ່ງແວດລ້ອມທະເລ

ບັນດາກະຊວງ,ຂະແຫນງການສະເຫນີນະໂຍບາຍຫນູນຊ່ວຍຊາວປະມົງ,ມາດຕະການແກ້ໄຊມົນລະພິດສິ່ງແວດລ້ອມທະເລ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
ພາບ:kinhtedothi

 (vovworld)- ​ ​ ສືບ​ຕໍ່​ເປັນ​ປະ​ທານກອງ​ປະ​ຊຸມ​ປະ​ຈຳ​ເດືອນ 6 ກັບ ບັນ​ດາ​ທ້ອງ​ຖິ່ນ ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນດ, ຕອນ​ເຊົ້າ​ວັນ​ທີ 1/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮ​ຽກ​ຮ້ອງ​ບັນ​ດາ​ກະ​ຊວງ, ຂ​ະ​ແຫນງ​ການສະ​ເຫນີ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ຊາວ​ປະ​ມົງ, ມາດ​ຕະ​ການ​ແກ​້​ໄຂ​ສະ​ພາບ​ມົ​ນ​ລະ​ມິດ​ສິ່ງ​ແວດ​ລ້ອມ​ທະ​ເລ​ເພື່ອ​ນຳ​ໃຊ້​ຈຳ​ນວນ​ເງິ​ນ​ຊົດ​ເຊີຍ 11.500 ຕື້​ດົງ​ຈາກ Formora ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຕາມນັ້ນ​ແລ້ວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ມອບ​ໃຫ້​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ໄດ້​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ​ກ່ຽວ​ຂ້ອງ, ສ້າງ​ຮ່າງ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ຊາວ​ປະ​ມົງ, ໃນ​ນັ້ນ ຫນູນ​ຊ່ວຍ​ການ​ຜະ​ລິດ, ຫນູນ​ຊ່ວຍ​ເພື່ອ​ໃຫ້​ລາຍ​ການ​ຫາ​ປາ​ຢູ່​ໄກ​ຝັ່ງ​ດີກວ່າ, ຫນູນ​ຊ່ວຍ​ໂດຍ​ກົງ​ໃຫ້​ຊາວ​ປະ​ມົງ​ຢູ່​ເຂດ​ທີ່​ຖືກ​ເສຍ​ຫາຍ​ຈາກ​ປາ​ຕາ​ຍຢ່າງ​ມີ​ປະ​ສິດ​ທິ​ຜົນ. ຄຽງ​ຄູ່​ກັນ​ນັ້ນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ເປັນ​ເຈົ້າ​ການ​ໃນ​ການ​ສະ​ເຫນີ​ສ້າງກອ​ງ​ທຶນ​ສິ່ງ​ແວດ​ລ້ອມ​ເພື່ອ​ແກ້​ໄຂ​ສະ​ພາບ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ຍ້ອນ​ທາດ​ເສດ​ເຫລືອ​ຂອງ Formosa.

        “ບໍ່​ແມ່ນ​ເພື່ອ​ດ້ານ​ເສດ​ຖະ​ກິດ ພວກ​ເຮົາ​ບໍ່​ສົນ​ໃຈ​ເຖິງ​ສິ່ງ​ແວດ​ລ້ອມ​ໃນ​ການ​ພັດ​ທະ​ນາ, ເປັນ​ຕົ້ນ​ແມ່ນ ບາງ​ໂຄງ​ການ​ຊື່ງ​ປະ​ຈຸ​ບັນ ປະ​ຊາ​ຊົນ​ພວມ​ມີ​ຄວາມ​ບໍ່​ພໍ​ໃຈ, ໃນ​ນັ້ນ ມີ​ໂຄງ​ການ ຊົງ​ເຫົ້າ - ເຫົ້າ​ຢາງ, ຕ້ອງກວດ​ກາ​ຢ່າງ​ເຂັ້ມ​ງວດ, ບໍ່​ກໍ່​ຜົນ​ສະ​ທ້ອນ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.”

ແລະ​ກໍ​ໃນ​ຕອນ​ເຊົ້​າ​ວັນ​ດຽວ​ກັນ, ບັນ​ດາ​ທ້ອງ​ຖິ່ນ​ໄດ້​ສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ເສດ​ຖະ​ກິດ​ສັງ​ຄົມ​ໃນ 6 ເດືອນ​ຕົ້ນ​ປີ, ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ນັບ​ແຕ່​ນີ້​ຮອດ​ທ້າຍ​ປີ.  

ຕອບກັບ

ຂ່າວ/ບົດ​ອື່ນ