ບັນດານັກການທູດແມ່ນແຫຼ່ງສະໜອງຂໍ້ມູນຂ່າວຊັດເຈນທີ່ສຸດກ່ຽວກັບເຂດໄຕງວຽນ

ບັນດານັກການທູດແມ່ນແຫຼ່ງສະໜອງຂໍ້ມູນຂ່າວຊັດເຈນທີ່ສຸດກ່ຽວກັບເຂດໄຕງວຽນ - ảnh 1
ແຂວງ ດັກລັກ
(ພາບປະກອບ)

(vovworld) – ​​ ​ທີ່​ການ​ພົບ​ປະ​ໃນ​ວັນ​ທີ 1/7, ຢູ່​ນະຄອນ ບວນມາ​ທວດ, ​ແຂວງ ດັກ​ລັກ, ທ່ານ ຈ້ຽວຊວນ​ຮ່ວາ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ, ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີຜ່ານມາ, ​ໂດຍ​​ໄດ້​ຮັບ​ຄວາ​ມ​ເອົາ​​ໃຈ​ໃສ່​ຈາກພັກ ​ແລະ ລັດ ສະພາບ​​ການ​ເມືອງ​ຢູ່​ເຂດ ​ໄຕ​ງວຽນ ຍາມ​ໃດ​ກໍ່​ມີ​ສະຖຽນລະ​ພາບ, ​ເສດຖະກິດ - ສັງຄົມ​ພັດທະນາ​ເທື່ອ​ລະ​ກ້າວ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ພໍ່​ແມ່​ປະຊາຊົນ​ຊົນ​ຊົນເຜົ່າ​ສ່ວນ​ໜ້ອຍ​ໄດ້​ຮັບ​ການຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ທີ່​ການ​ເຮັດ​ວຽກ, ຄະນະ​ຊີ້​ນຳ​ເຂດ ​ໄຕ​ງວຽນ ກໍ່ສະ​ເໜີ​ກັບ​ຄະນະ​ປະຕິ​ບັດງານ​ກະຊວງ​ການ​ຕ່າງປະ​ເທດ, ຜູ້ຕາງໜ້າ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ບາງ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ວຽກ​ງານ​ການ​ຕ່າງປະ​ເທດ​ຄື: ບັນດາ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ການ​ຢູ່​ເຂດ ​ໄຕ​ງວຽນ ​ຢູ່​ຕ່າງປະ​ເທດ, ການຊອກ​ຫາ​ຕະຫຼາດ, ການໜູນ​ຊ່ວຍ​ສົ່ງ​ເສີມ​ການ​ລົງທຶນ​ດ້ານການ​ຄ້າ​ໃຫ້​ແກ່​ເຂດ​ໄຕ​ງວຽນ, ວຽກ​ງານ​ເພີ່ມ​ທະວີ​ການ​ພົວພັນ ​ແລະ ຍູ້​ໄວ​ການ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ກັບ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ແມ່ນ ລາວ ​ແລະ ກຳປູ​ເຈຍ, ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງກາ​ນຈັດ​ຕັ້ງ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຢູ່​ເຂດ​ໄຕ​ງວຽນ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແທກ​ຢື, ຫົວໜ້າ​ຄະນະ​ທຸຕານຸທູດ, ປາດ​ຖະໜາ​ວ່າ: ຄະນະ​ຊີ້​ນຳ​ເຂດ ​ໄຕ​ງວຽນ ​ແລະ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ສ້າງ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ສົມທົບ​ກັນ ​ເພື່ອ​ໃຫ້ 2 ຝ່າຍ​ສະໜອງ​ຂໍ້​ມູນ​ຂ່າວ​ຢ່າງ​ວ່ອງໄວ ​ແລະ ​ຊັດ​ເຈນທີ່​ສຸ​ດ​ເພື່ອ​ໃຫ້​ບັນດາ​ເອກ​ອັກຄະ​ລັດ​ທູດຄັດຄ້ານ​ຕໍ່ບັນດາ​ຂໍ້​ມູນ​ຂ່າວ​ທີ່​ຜິດພາດ​ຂອງ​ບັນດາ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ກ່ຽວ​ກັບ​ເຂດ ​ໄຕ​ງວຽນ, ພິ​ເສດ​ແມ່ນ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ. ບັນດາ​ເອກ​ອັກຄະ​ລັດຖະທູ​ດ, ຫົວໜ້າ​ສະຖານ​ກົງ​ສູນ​ທີ່​ໃກ້ຈະ​ໄປ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່​ຕ່າງປະ​ເທດຈະ​ແມ່ນ​ຂົວ​ຕໍ່​ເພື່ອ​ສະໜອງ​ຂໍ້​ມູນ​ຂ່າວກ່ຽວ​ກັບ ​ໄຕ​ງວຽນ​ກັບ​ເພື່ອນ​ມິດສາ​ກົນ, ພ້ອມ​ທັງ​ຊອກ​ຫາ, ຊຸກຍູ້​ກາ​ນລົງທຶນ​ເຂົ້າ​ເຂດ ​ໄຕ​ງວຽນ.


ຂ່າວ/ບົດ​ອື່ນ