ບັນດາປະເທດກະກຽມໃຫ້COP21ໂດຍບໍ່ຫົວຊາຕໍ່ໄພກໍ່ການຮ້າຍ

ບັນດາປະເທດກະກຽມໃຫ້COP21ໂດຍບໍ່ຫົວຊາຕໍ່ໄພກໍ່ການຮ້າຍ - ảnh 1
(ພາບ​ປະ​ກອບ)

(vovworld) – ​ເຖິງວ່າ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ນອງ​ເລືອດ​ຢູ່​ປາ​ຣີ, ປະ​ເທດ​ຝ​ລັ່ງ ຜ່ານ​ມາ, ໄດ້​ສົ່ງ​ຜົນ​ທະ​ທ້ອນບໍ່​ແມ່ນ​ໜ້ອຍ​ເຖິງວຽກ​ງານ​ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຄັ້ງ​ທີ 21 (COP 21) ​ກໍ​ຕາມ, ແຕ່ຄາດ​ວ່າ​ກອງ​ປ​ະ​ຊຸມນີ້ຈະ​ດຳ​ເນີນ​ຢູ່​ນະ​ຄອນ​ປາ​ຣີ ໃນ​ວັນ​ທີ 30/11 ຈະ​ມາ​ເຖິງ, ແຕ່​ການ​ນຳ​ບັນ​ດາ​ປະ​ເທດ​ຍັງ​​ຄົງ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົ​ກ​ລົງ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດໂດຍ​ສັງ​ເຂບ ແລະ ໝັ້​ນ​ຄົງ. ກ່າວ​ຄຳ​ເຫັນ​ທີ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ, ໃນ​ວັນ​ທີ 20/11, ຜູ້​ຊ່ວຍ​ວຽກ​ຂອ​ງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ບັນ​ດາການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ທ່ານ Janos Pasztor ໃຫ້​ຮູ້​ວ່າ, ​ການ​ນຳບັນ​ດາ​ປະ​ເທດ​ໃນ​ໂລກ​ໄດ້​ຢືນ​ຢັນ​ຄືນ​ໃໝ່​ຈະ​ເຂົ້າ​ຮ່ວມ COP 21 ຍ້ອນ​ວ່າ​ທຸກ​ຄົນ​ລ້ວນ​ແຕ່​ເຫັນ​ດີ​ນຳ​ກັນ​ວ່າ ນີ້​ແມ່ນ​ເຫດ​ການ​ສຳ​ຄັນ. ​ກໍຕາມ​ທ່ານແລ້ວ, ກອງ​ປະ​ຊຸມ COP 21 ບໍ່​ແມ່ນ​ກອງ​ປະ​ຊຸມ​ສຸດ​ທ້າຍ, ຫາກ​ເປັນ​ຂີດ​ໝາຍບາ​ດ​ລ້ຽວ​ມຸ່ງ​ໄປ​ເຖິງ​ອະ​ນະ​ຄົດ​ຈະມີ​ມົນ​ລະ​ພິດ​ນ້ອຍກວ່າ.

ຂ່າວ/ບົດ​ອື່ນ