ບັນດາປະເທດ, ອົງການຈັດຕັ້ງສາກົນໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi

(VOVWORLD) - ຕາມຂໍ້ມູນຈາກ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ຢູ່ ຫວຽດນາມ ແລ້ວ, ຄະນະປະຕິບັດງານຂອງອົງການນີ້ໄດ້ ແລະ ພວມໄປຍັງແຕ່ລະແຫ່ງແບບໂດຍກົງ
ບັນດາປະເທດ, ອົງການຈັດຕັ້ງສາກົນໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi - ảnh 1ຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງຈາກພາຍຸ Yagi ກໍ່ຂຶ້ນ
(ພາບ: ກິມເຊີນ)

        ເພື່ອໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງຈາກພາຍຸ Yagi ກໍ່ຂຶ້ນຢູ່ບັນດາແຂວງ, ນະຄອນທາງພາກເໜືອ ຫວຽດນາມ, ບັນດາປະເທດ ແລະ ອົງການຈັດຕັ້ງສາກົນໄດ້ມີການເຄື່ອນໄຫວອຸປະຖຳຮີບດ່ວນດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ.

        ວັນທີ 01 ຕຸລາ, ຕາມຂໍ້ມູນຈາກ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ຢູ່ ຫວຽດນາມ ແລ້ວ, ຄະນະປະຕິບັດງານຂອງອົງການນີ້ໄດ້ ແລະ ພວມໄປຍັງແຕ່ລະແຫ່ງແບບໂດຍກົງ, ສະໜອງການໜູນຊ່ວຍທີ່ຈຳເປັນເພື່ອຮັບປະກັນສຸຂະພາບໃຫ້ແກ່ຜູ້ຖືກຜົນສະທ້ອນຈາກພາຍຸ Yagi ຢູ່ບັນດາແຂວງ ແລະ ນະຄອນທາງພາກເໜືອ ຫວຽດນາມ, ລວມມີ: ໂຖໃສ່ນ້ຳສະອາດ, ຜ້າຫົ່ມ, ສະບູ່, ຕູບ ແລະ ບັນດາເຄື່ອງຂອງທີ່ຈຳເປັນອື່ນໆ.

        ແລະກໍ່ໃນວັນດຽວກັນ, ສະຖານທູດ ຝລັ່ງ ປະຈຳ ຫວຽດນາມ ໄດ້ແຈ້ງໃຫ້ຊາບວ່າ, ໝູ່ຄະນະບັນດາອົງການ ແລະ ປະຊາຄົມ ຝລັ່ງ ໄດ້ລະດົມ ແລະ ສະໜອງບ້ວງເງິນໜູນຊ່ວຍກວ່າ 19 ຕື້ດົ່ງ; ລັດຖະບານ ອັງກິດໜູນຊ່ວຍ 32 ຕື້ດົ່ງ ເພື່ອໃຫ້ ຫວຽດນາມ ແກ້ໄຂຜົນຮ້າຍຍອນຫຼັງຈາກພາຍຸ Yagi.

ຕອບກັບ

ຂ່າວ/ບົດ​ອື່ນ