ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ເພີ່ມ​ເງິນ​ເດືອນ, ກຳ​ມະ​ກອນ​ທ່າ​ກຳ​ປັ່ນ ອາ​ເມ​ລິ​ກາ ຢຸດ​ຕິ​ການຢຸດ​ງານ

(VOVWORLD) - ການຢຸດງານທີ່ກໍ່ຄວາມຂາດວັກຂາດຕອນໃນການຂົນສົ່ງສິນຄ້າຢູ່ທ່າກຳປັ່ນທະເລແຫ່ງຕ່າງໆໃນທົ່ວເຂດທາງທິດຕາເວັນອອກ ອາເມລິກາ ໃນຕະຫຼອດໄລຍະ 3 ວັນຜ່ານ ມາໄດ້ສິ້ນສຸດລົງ ພາຍຫຼັງ ກຳມະບານ ແລະ ກຸ່ມບັນດາຜູ້ນຳໃຊ້ແຮງງານບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນ.
ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ເພີ່ມ​ເງິນ​ເດືອນ, ກຳ​ມະ​ກອນ​ທ່າ​ກຳ​ປັ່ນ ອາ​ເມ​ລິ​ກາ ຢຸດ​ຕິ​ການຢຸດ​ງານ - ảnh 1ກຳມະກອນທ່າກຳປັ່ນ ອາເມລິກາ ເດີນຂະບວນປະທ້ວງຢຸດງານ (ພາບ: Reuters)

ວັນທີ 4 ຕຸລາ, ການຢຸດງານທີ່ກໍ່ຄວາມຂາດວັກຂາດຕອນໃນການຂົນສົ່ງສິນຄ້າຢູ່ທ່າກຳປັ່ນທະເລແຫ່ງຕ່າງໆໃນທົ່ວເຂດທາງທິດຕາເວັນອອກ ອາເມລິກາ ໃນຕະຫຼອດໄລຍະ 3 ວັນຜ່ານ ມາໄດ້ສິ້ນສຸດລົງ ພາຍຫຼັງ ກຳມະບານ ແລະ ກຸ່ມບັນດາຜູ້ນຳໃຊ້ແຮງງານບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນ. ຕາມຂໍ້ຕົກລົງຊົ່ວຄາວແລ້ວ, ລະດັບເງິນເດືອນຂອງຜູ້ອອກແຮງງານ ຈະເພີ່ມເຕີມປະມານ 62% ໃນເວລາ 6 ປີ. ທັງສອງຝ່າຍໄດ້ປະກາດສັນຍາສະບັບນີ້ຈະໝົດຜົນສັກສິດໝົດໃນວັນທີ 15 ມັງກອນ 2025, ຫຼັງຈາກນັ້ນຈະກັບຄືນການເຈລະຈາເພື່ອ ປຶກສາຫາລືບັນດາບັນຫາທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ. ກ່ອນໜ້ານັ້ນ, ສະມາຄົມກຳມະກອນ ຂົນສົ່ງ ສາກົນ (ILA) ແລະ ສະຫະພັນການເດີນເຮືອ ອາເມລິກາ (USMX) ມີຄວາມຂັດແຍ້ງກັນກ່ຽວກັບບັນຫາເງິນເດືອນ ເມື່ອກຳມະບານ ກຳມະກອນຮຽກຮ້ອງເພີ່ມເງິນເດືອນ 77%ໃນເວລາ 6 ປີ ສ່ວນບັນດາຜູ້ນຳໃຊ້ແຮງງານສະເໜີເພີ່ມເງິນຢູ່ລະດັບ 40 – 50% ໃນໄລຍະດຽວກັນ, ພາໄປເຖິງການຢຸດງານຂອງກຳມະກອນທ່າກຳປັ່ນທະເລ ໃນທົ່ວເຂດທາງທິດຕາເວັນອອກ ອາເມລິກາອັດນໄດ້ກໍ່ຄວາມຂາດວັກຂາດຕອນໃນການຂົນສົ່ງສິນຄ້າທາງທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ