ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນປີໃໝ່ບັນດາອະດີດການນຳ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນປີໃໝ່ບັນດາອະດີດການນຳ - ảnh 1
(ທ່ານ ຫງວຽນ​ທ້ຽນ​ເຍີ​ນ, ກຳ​ມະ​ການ​ກົມ​ການ​ເມືອງ
ອວຍ​ພອນ​ປີ​ໃໝ່​ທ່ານ​ອະ​ດີ​ດ​ປະ​ທານ​ປະ​ເທດ ເລ​ດຶດ​ແອງ)


(vovworld) –​ ຕອນ​ບ່າຍ​ວັນ​ທີ 04/02, ທ່ານ ຫງວຽນ​ທ້ຽນ​ເຍີ​ນ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່​ທ່ານ​ອະ​ດີ​ດ​ປະ​ທານ​ປະ​ເທດ ເລ​ດຶດ​ແອງ, ທ່ານອະ​ດີ​ດ​ປະ​ທານ​ປະ​ເທດ ເຈີນ​ດຶກ​ເລືອງ ແລະ ທ່ານ​ອະ​ດີ​ດ​ປະ​ທານ​​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮ​ມ​ປະ​ເທດ​ຊາດ​ຫວຽດ​ນາມ ຟ້າມ​ເທີຢ​ວຽດ. ເນື່ອງ​ໃນ​ໂອ​ກາດບ​ຸ​ນ​ເຕັດ​ປີ​ວອກ 2016, ທ່ານ ຫງວຽນ​ທ້ຽນ​ເຍີນ ໄດ້​ອວຍ​ພອນ​ປີ​ໃໝ່​ບັນ​ດາ​ອະ​ດີດ​ການ​ນຳ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ແລະ ປາດ​ຖະ​ໜາ​ວ່າ, ບັນ​ດາ​ອະ​ດີດ​ການ​ນຳ​ສືບ​ຕໍ່​ມີ​ຄວາມ​ເອົາ​ໃຈ​ໃສ່, ປະ​ກອບ​ພູມ​ປັນ​ຍາ​ໃຫ້​ແກ່​ວຽກ​ງານ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ​ເພື່ອໃຫ້​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ​ນັບ​ມື້​ນັບ​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕ​ົນເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​ນຳ​ປະ​ເທດ​ພັດ​ທະ​ນາ ແລະ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ. ທ່ານ ຫງວຽນ​ທ້ຽນ​ເຍີນ​ ກໍ​ຢືນ​ຢັນ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຍາມ​ໃດຫວຽດ​ນາມ ກໍ​ຍົກ​ສູງ​ບົດ​ບາດ​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສະ​ໜອງ​ຂໍ້​ມູ​ນ​ຂ່າວ​ໃຫ້​ປະ​ຊາ​ຊົນກ່ຽວ​ກັບ​ສະ​ພາບ​ການ​ຂອງ​ປະ​ເທດ​ຊາດ, ສາ​ກົນ ແລະ ມະ​ຕິ​ຂອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ຢ່າງ​ທັນ​ການ, ເພື່ອ​ແນ​ໃສ່​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້​ອມ​ໃນ​ໝູ່​ປະ​ຊາ​ຊົນ, ຮ່ວມ​ແຮງ​ຮ່ວມ​ໃຈສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມ​ີ, ສວນ​ງາມ​.

ຂ່າວ/ບົດ​ອື່ນ