ປະ​ທານ​ປະ​ເທດ​ຕ້ອນ​ຮັບ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ລາວ

(VOVWORLD) -ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ທຳນຽບປະທານປະເທດ, ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດລາວ ເນື່ອງໃນໂອກາດຄະນະຜູ້ແທນສານປະຊາຊົນສູງສຸດລາວ ມາຢ້ຽມຢາມ ຫວຽດນາມ.
ປະ​ທານ​ປະ​ເທດ​ຕ້ອນ​ຮັບ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ລາວ - ảnh 1ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ໃຫ້ການຕ້ອນຮັບທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດລາວ (ພາບ: TTXVN)

ຊົມເຊີຍສອງອົງການສານຂອງຫວຽດນາມ ແລະ ລາວ ມີການຮ່ວມມືຢ່າງປະສິດທິຜົນໃນໄລຍະຜ່ານມາ, ທັງຢູ່ລະດັບສານປະຊາຊົນສູງສຸດ ແລະ ສານປະຊາຊົນຂັ້ນແຂວງ, ປະທານປະເທດ ຫງວຽນຊວັນຟຸກ ຖືວ່າ ເພື່ອຮັບໃຊ້ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ຂອງແຕ່ລະປະເທດ, ໜຶ່ງໃນບັນດາໜ້າທີ່ສຳຄັນແມ່ນ ການປະຕິຮູບດ້ານຕຸລາການ. ຫວຽດນາມ ໄດ້ດຳເນີນການປະຕິຮູບດ້ານຕຸລາການມາແຕ່ດົນ, ໂດຍຖືເອົາສານເປັນໃຈກາງ, ຍ້ອນເຫດນັ້ນ ຈຶ່ງກໍ່ສ້າງປັບປຸງອົງການຕຸລາການໄດ້ ໂດຍສະເພາະແມ່ນລະບົບສານ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນທິດສະດີ, ບົດຮຽນ, ພຶດຕິກຳຕົວຈິງໃຫ້ເພື່ອນມິດລາວ ເພື່ອພ້ອມກັນຍົກສູງຄຸນນະພາບການເຄື່ອນໄຫວຂອງສານສອງປະເທດ. ປະທານປະເທດ ເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງອົງການສານຂອງສອງປະເທດ ຈະນຳມາເຊິ່ງຜົນປະໂຫຍດລະອຽດ, ປະກອບສ່ວນຕັ້ງໜ້າ ເຂົ້າໃນການພັດທະນາຂອງແຕ່ລະປະເທດ ກໍ່ຄືປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບພິເສດຫວຽດນາມ - ລາວກ່ວາອີກ.

ແລະ ກໍ່ໃນຕອນບ່າຍວັນທີ 13 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ກໍ່ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີປ້ອງກັນປະເທດ ອິນໂດເນເຊຍ Prabowo Subianto, ທີ່ການຕ້ອນຮັບ,  ທ່ານ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ຜົນການພົບປະເຈລະຈາລະຫວ່າງ ລັດຖະມົນນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ອິນໂດເນເຊຍ, ທ່ານສະເໜີໃຫ້ສອງກະຊວງປ້ອງກັນປະເທດຄວນເພີ່ມທະວີການປຶກສາຫາລື, ສະໜັບສະໜູນກັນໃນເວທີປາໄສຫຼາຍຝ່າຍ ແລະ ຮັກສາຫຼັກໝັ້ນລວມຂອງອາຊຽນ ໃນບັນຫາພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ