ປະທານປະເທດເຈີ່ນດ້າຍກວາງພົບປະສັງສັນກັນກັບບັນດາສາດສະດາຈານຍາດໄດ້ລາງວັນNobel

ປະທານປະເທດເຈີ່ນດ້າຍກວາງພົບປະສັງສັນກັນກັບບັນດາສາດສະດາຈານຍາດໄດ້ລາງວັນNobel - ảnh 1
ປະທານປະເທດເຈີ່ນດ້າຍກວາງພົບປະສັງສັນ
ກັນກັບບັນດາສາດສະດາຈານຍາດໄດ້ລາງວັນNobel

(vovworld) – ​ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສັງ​ສັນ​ກັບ​ຄະນະ​ບັນດາ​ສາດ​ສະ​ດາ​ຈານ​​ໄດ້​ຮັບລາງວັນ Nobel ​ແລ​ະ ບັນດາ​ນັກ​ວິທະຍາສາດ​ສາກົນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ “ວິທະຍາສາດ​ພື້ນຖານ ​ແລະ ສັງຄົມ”, ວັນ​ທີ 09/07, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ວ່າ​: ພັກ, ລັດ ຫວຽດນາມ ຍາມ​ໃດ​ກໍ່​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດໃຫ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ນີ້​ແມ່ນລັດຖະນະ​ໂຍບາຍ​ແຖວ​ໜ້າ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ກຳລັງ​ໜູນ​ສຳຄັນ​ທີ່​ສຸດ ​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ…​ບັນດາ​ຜົນງານ​ຂອງ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ມີ​ການ​ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ວິທະຍາ​ສາດ - ​ເຕັກ​ໂນ​ໂລ​ຢີ, ​ໃນ​ນັ້ນ​ມີ​ວິທະຍາສາດ​ພື້ນຖານ. ທ່ານ​ປະທານ​ປະ​ເທດ​ຕີ​ລາຄາ​ສູງ​ບັນດາ​ກາ​ນປະກອບ​ສ່ວນທີ່​ເຕັມ​​ໄປ​ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ ນັບ​ແຕ່​ຫລາຍ​ປີຜ່ານມາ​ຂອງ​ສ​າດສະ​ດາ​ຈານ ​ເຈີ່ນ​ແທງ​ເວີນ ​ແລະ ສາດສະ​ດາ​ຈານ ​ເລ​ກີ​ມ​ງ້ອກ ​ໃນ​ການຈັດ​ຕັ້ງ​ບັນດາ​ລາຍ​ການ “ພົບ​ປະ ຫວຽດນາມ” ຢູ່​ນະຄອນ ກູ​ຍ​ເຍີນ (ບີ​ງດິງ) ​ເພື່ອ​ສ້າງ​ຕັ້ງ​ຕາໜ່າງ​ເຊື່ອມ​ຕໍ່​ບັນ​ດາ​ນັກວິທະຍາສາດ​ສາກົນກັບ​ປະຊາ​ຄົມ​ບັນດາ​ນັກ​ວິທະຍາສາດ ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ:

        “ຂ້າພະ​ເຈົ້າ​ສະ​ເໜີ​ວ່າ: ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ເອົາ​ໃຈ​ໃສ່​ໂຄສະນາ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ທັງລະບົບ​ການ​ເມືອງ ​ແລະ ທົ່ວ​ປວງ​ຊົນ ກ່ຽວ​ກັບ​ບົດບາດ, ຄວາມ​ສຳຄັນ​ຂອງ​ວິທະຍາສາດ - ​​ເຕັກ​ໂນ​​ໂລ​ຢີ​ເວົ້າ​ລວມ, ວິທະຍາສາດ​ພື້ນຖານ​ເວົ້າ​ສະ​ເພາະ; ​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາ​ສຳລັບ​ພາລະກິດ​ພັດທະນາ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ; ຕິດ​ພັນ​ບັນດາ​ຄາດໝາຍ, ໜ້າ​ທີ່​ວິທະຍາສາດ - ​ເຕັກ​​ໂນ​ໂລ​ຢີກັບ​ບັນດາ​ຄາດ​ໝາຍ, ໜ້າ​ທີ່​ພັດ​ທະນາ​ເສດຖະກິດ - ສັງຄົມຂອງ​ແຕ່ລະ​ຂະ​ແໜງ, ​ແຕ່ລະ​ຂັ້ນ ​ແລະ ​ແຕ່ລະ​ທ້ອງ​ຖິ່ນ. ສຸມ​ໃສ່​ພັດທະນາ​ວິທະຍາສາດ​ - ​ເຕັກ​ໂນ​ໂລ​ຢີ​ຢ່າງ​ແຮງ, ​ເຮັດ​ໃຫ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີກາຍ​ເປັນ​ກຳລັງ​ໜູນ​ສຳຄັນ​ທີ່​ສຸດ​ ​ເພື່ອ​ພັດທະນາ​ກຳລັງ​ຜະລິດ​ທີ່ທັນ​ສະ​ໄໝ, ​ເສດຖະກິດພູມ​ປັນຍາ, ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ກຳລັງ​ແກ່ງ​ແຍ້​ງ​ຂອງ​ພື້ນຖານ​ເສດຖະກິດ; ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ.​  

 

ຂ່າວ/ບົດ​ອື່ນ