ປະທານປະເທດເຈືອງ ເຕິນຊາງຕ້ອນຮັບ ຮອງນາຍົກລັດຖະມົນຕີ ລັດເຊຍ

ປະທານປະເທດເຈືອງ ເຕິນຊາງຕ້ອນຮັບ ຮອງນາຍົກລັດຖະມົນຕີ ລັດເຊຍ - ảnh 1

ທ່ານຮອງ​ນາຍົກລັດຖະມົນຕີ Igor Shuvalov

(ພາບ: ອິນ​ເຕີ​ແນັດ​)

(vovworld)-​​​​ ​ ​ ຕອນ​ບ່າຍ​ວັນ​ທີ 16/10, ທີ່​ສຳນັກງານ​ປະ​ທານ​ປະ​ເທດ, ທ່ານ ປະທານ​ປະ​ເທດ​ເຈືອງ​​ເຕິນຊາງ​ຕ້ອນຮັບ​ ທ່ານຮອງ​ນາຍົກລັດຖະມົນຕີ ສະຫະພັນ​ລັດ​ເຊຍ Igor Shuvalov ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ນະ​ທີ່​ນີ້,  ທ່ານຮອງ​ນາຍົກລັດຖະມົນຕີ ສະຫະພັນ​ລັດ​ເຊຍ Igor Shuvalov ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ອະນຸ​ກຳມະການ​ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ​ໄດ້​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ, ບົນ​ພື້ນຖານ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ, ສອງ​ຝ່າຍ​ຈະ​ສົມທົບ​ກັນ​ແກ້​ໄຂ​ບັນດາຂໍ້​ຕິດ​ຂັດ​ທີ່​ບາງ​ໂຄງການ ​ແລະ ສ້າງຕັ້ງບັນດາ​ໜ່ວຍ​ປະຕິບັດ​ງານ​ລວມກ່ຽວ​ກັບ​ການ​ອອກ​ແຮງ​ງານ, ຍົກຍ້າຍ ປຊຊ ​ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ…

   ທ່ານຮອງ​ນາຍົກລັດຖະມົນຕີ ສະຫະພັນ​ລັດ​ເຊຍ Igor Shuvalov ຖື​ວ່າ, ປະຈຸ​ບັນ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ ມີ​ຄວາມ​ຄຶບໜ້າ​ແຕ່​ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ. ​ເລື່ອງ​ຊຸກຍູ້​ເພື່ອ​ບັນລຸ​ໄດ້​ສັນຍາ​ຮ່ວມ​ມື​ເສດຖະກິດ​ອາຊີ-​ເອີ​ລົບ ຈະ​ແມ່ນ​ພື້ນຖານ​ສຳຄັນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ ​ແລ​ະ ສອງ​ພາກ​ພື້ນ. ສ່ວນທ່ານປະທານ​ປະ​ເທດ​ເຈືອງ​​ເຕິນຊາງ ​ເນັ້ນນັກ​ວ່າ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ບໍ່​ມີ​ສິ່ງ​ກີດ​ຂວາງ​ຫຍັງ, ສະນັ້ນຕ້ອງ​ມານະ​ພະຍາຍາມ​ເພື່ອ​ຍົກ​ສູງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ກ່ວາ​ອີກ ​ແລະ ຕ້ອງ​ເປີດ​ກ້ວາງ​ການ​ຮ່ວມ​ມື​ລົງທຶນ​ໃນ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ມີ​ທ່າ​ແຮງ.

 

ຂ່າວ/ບົດ​ອື່ນ